\c 25 \v 1 \v 2 \v 3 \v 4 1ອັບຣາຮາມ​ໄດ້​ມີເມຍອີກຄົນຫນຶ່ງ​ນາງຊື່​ວ່າ ເກຕູຣາ. 2ນາງ​ໄດ້ເກີດລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ. 3ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ; ເຊື້ອສາຍທັງຫລາຍ​ຂອງ​ເດດານ ຄື: ຄົນອັດຊູຣີມ, ຄົນເລຕູຊີມ ແລະ​ຄົນເລອຸມມີມ. 4ລູກຊາຍ​ທັງຫລາຍຂອງ​ມີດີອານ ຄື: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ. ​ທັງຫມົດ​ເຫລົ່ານີ້ຄືເຊື້ອສາຍທັງຫລາຍ​ຂອງ​ນາງ​ເກຕູຣາ.