\v 45 \v 46 45ກ່ອນ​ຂ້ອຍ​ພາວັນນາ​ອະທິຖານ​ຢ່າງ​ງຽບໆ​ຈົບ​ລົງ ຂ້ອຍ​ກໍ​ເຫັນ​ນາງ​ເຣເບກາ​ແບກ​ໄຫ​ລົງ​ມາ​ຕັກ​ນໍ້າ. ຂ້ອຍ​ເວົ້າ​ກັບ​ນາງ​ວ່າ, ‘ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່.’ 46ນາງ​ຈຶ່ງ​ຟ້າວ​ປົງ​ໄຫ​ລົງ​ຈາກ​ບ່າ ແລະ​ເວົ້າ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ດື່ມ​ນໍ້າ ແລະ​ນາງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ​ດ້ວຍ.