\v 26 \v 27 26ເຈົ້າ​ອາບີເມເຫຼັກ​ມາ​ແຕ່​ເມືອງ​ເກຣາກ​ພ້ອມ​ກັບ​ອາຮູຊາດ​ທີ່ປຶກສາ ແລະ​ຟີໂກນ​ແມ່ທັບ​ຂອງຕົນ​ເພື່ອ​ຢ້ຽມຢາມ​ອີຊາກ. 27ອີຊາກ​ຖາມ​ວ່າ, “ທ່ານເອີຍ ດ້ວຍເຫດໃດ​ຈຶ່ງ​ມາ​ຫາ​ຂ້ານ້ອຍ? ໃນ​ເມື່ອ​ທ່ານ​ກຽດຊັງ​ຂ້ານ້ອຍ ແລະ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ.”