\v 28 \v 29 28ເຈົ້າ​ອາບີເມເຫຼັກ​ຕອບ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ພວກເຮົາ​ຄິດ​ວ່າ​ເຈົ້າ​ແລະ​ເຮົາ​ຄວນ​ມີ​ການ​ຕົກລົງ​ກັນ​ຢ່າງ​ຈິງໃຈ. 29ພວກເຮົາ​ປະສົງ​ຢາກ​ໃຫ້​ເຈົ້າ​ສັນຍາ​ວ່າ​ຈະ​ບໍ່​ທຳຮ້າຍ​ພວກເຮົາ ດັ່ງ​ທີ່​ພວກເຮົາ​ບໍ່ໄດ້​ທຳຮ້າຍ​ເຈົ້າ. ພວກເຮົາ​ເມດຕາ​ເຈົ້າ​ໂດຍ​ໃຫ້​ເດີນທາງ​ອອກ​ໜີ​ມາ​ຢ່າງ​ສະຫງົບສຸກ. ມາບັດນີ້ ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ອວຍພອນ​ເຈົ້າ.”