\v 23 \v 24 \v 25 23ແລ້ວ​ອີຊາກ​ກໍ​ຈາກ​ບ່ອນ​ນີ້​ໄປ​ສູ່​ເບເອນເຊບາ. 24ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.” 25ໃນ​ທີ່ນັ້ນ ອີຊາກ​ໄດ້​ສ້າງ​ແທ່ນບູຊາ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນັ້ນ ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂຸດ​ນໍ້າສ້າງ​ຕື່ມ​ອີກ.