\v 21 \v 22 21ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ອີກ​ໜ່ວຍ​ໜຶ່ງ ໃນ​ບ່ອນ​ນີ້​ກໍ​ມີ​ການ​ຖົກຖຽງ​ກັນ​ຕື່ມ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສັດຕູ.” 22ເພິ່ນ​ຈຶ່ງ​ໜີ​ຈາກ​ທີ່​ນັ້ນ​ແລະ​ໄປ​ຂຸດ​ນໍ້າສ້າງ​ທີ່​ອື່ນ​ອີກ. ໃນ​ທີ່​ນີ້​ບໍ່ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ອິດສະລະພາບ.” ເພິ່ນ​ເວົ້າ​ວ່າ, “ບັດນີ້ ພຣະເຈົ້າຢາເວ​ໄດ້​ໃຫ້​ອິດສະລະພາບ​ແກ່​ພວກເຮົາ​ໃນ​ດິນແດນ​ນີ້ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ທີ່​ນີ້.”