31ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ໃຫ້​ກິນ ຖ້າ​ເຈົ້າ​ຂາຍ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.” 32ເອຊາວ​ຕອບ​ວ່າ, “ເອົາລະ ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ.” 33ຢາໂຄບ​ຈຶ່ງ​ຕອບ​ວ່າ, “ສາບານ​ກ່ອນ​ແມ​ວ່າ ເຈົ້າ​ຈະ​ມອບ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.” ເອຊາວ​ຈຶ່ງ​ສາບານ ແລະ​ຂາຍ​ສິດ​ອ້າຍກົກ​ຂອງຕົນ​ໃຫ້​ຢາໂຄບ. 34ແລ້ວ​ຢາໂຄບ​ກໍ​ເອົາ​ເຂົ້າຈີ່​ແລະ​ແກງ​ໝາກຖົ່ວ​ໃຫ້​ເອຊາວ, ລາວ​ກິນ​ແລະ​ດື່ມ​ຈົນ​ອີ່ມ​ແລ້ວ​ກໍ​ໜີໄປ. ເອຊາວ​ໄດ້​ໝິ່ນປະໝາດ​ສິດ​ຂອງ​ອ້າຍກົກ.