\v 9 \v 10 \v 11 9ອີຊາກ​ແລະ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຝັງສົບ​ເພິ່ນ​ໄວ້ ທີ່​ຖໍ້າ​ມັກເປລາ​ໃນ​ນາ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ມຳເຣ ຊຶ່ງ​ເປັນ​ຂອງ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ​ຊາວ​ຮິດຕີ. 10ນາ​ບ່ອນ​ນີ້​ອັບຣາຮາມ​ໄດ້​ຊື້​ຈາກ​ຊາວ​ຮິດຕີ ອັບຣາຮາມ​ກັບ​ເມຍ​ຂອງ​ເພິ່ນ​ທັງສອງ​ກໍ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ. 11ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າ​ໄດ້​ອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ອາໄສ​ຢູ່​ໃກ້ “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”