\v 12 \v 13 12ແຕ່​ອັບຣາຮາມ​ກົ້ມຂາບ​ຊາວ​ເມືອງ​ນັ້ນ 13ແລະ​ກ່າວ​ຕໍ່​ເອຟະໂຣນ​ດ້ວຍ​ສຽງ​ອັນ​ດັງ ເພື່ອ​ຊາວ​ເມືອງ​ຈະ​ໄດ້ຍິນ​ນຳ​ວ່າ, “ກະລຸນາ​ຟັງ​ກ່ອນ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ແດ່. ຂ້ານ້ອຍ​ຈະ​ຊື້​ນາ​ນັ້ນ​ທັງໝົດ. ຈົ່ງ​ຮັບ​ເງິນ​ຄ່າ​ຊື້​ນາ​ໄປ ແລະ​ຂ້ານ້ອຍ​ກໍ​ຈະ​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ໃສ່​ໃນ​ທີ່ນັ້ນ.”