\v 11 \v 10 ໂລດກໍໄດ້ຫລຽວໄປຮອບໆໄດ້ເຫັນວ່າ ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດເປັນທີ່ມີນຳ້ບໍລິບູນທຸກແຫ່ງໄປຈົນເຖິງເມືອງໂຊອາ ເຫມືອນດັ່ງສວນຂອງພຣະຢາເວເຫມືອນດິນແດນເອຢິບ. ນີ້ເປັນສະພາບກ່ອນທີ່ພຣະຢາເວ ຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ. 11 ດັ່ງນັ້ນໂລດຈຶ່ງເລືອກເອົາທົ່ງຮາບພຽງທັງຫມົດຂອງແມ່ນໍ້າຈໍແດນສຳລັບຕົວເຂົາເອງເເລະໄດ້ເດີນທາງໄປ ທາງທິດຕາເວັນອອກ.ແລະຍາດທັງສອງກໍໄດ້ ແຍກທາງກັນໄປ.