\v 18 \v 19 \v 17 , ພຣະອົງກ່າວກັບອາດາມວ່າ, “ເພາະວ່າເຈົ້າຟັງ ສຽງເມຍ ຂອງເຈົ້າ; ແລະ ກິນຫມາກໄມ້ ນັ້ນຕາມທີ່ເຮົາສັ່ງເຈົ້າວ່າ ເຈົ້າຢ່າກິນ ຫມາກຈາກຕົ້ນໄມ້ນັ້ນ. ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ. 18ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມແລະພືດທີ່ມີຫນາມໃຫ້ເຈົ້າແລະເຈົ້າຈະໄດ້ກິນພືດໃນ ປ່າເປັນອາຫານ. 19ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ ຂອງໃບຫນ້າຂອງເຈົ້າ ຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນແລະເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ.”