\v 30 \v 31 30ຢາໂຄບ​ຈຶ່ງ​ເວົ້າ​ກັບ​ຊີເມໂອນ​ແລະ​ເລວີ​ວ່າ, “ພວກເຈົ້າ​ກໍ່​ເລື່ອງ​ເດືອດຮ້ອນ​ມາ​ໃຫ້​ຂ້ອຍ​ແລ້ວ; ບັດນີ້ ຊາວ​ການາອານ, ຊາວ​ເປຣີຊີ ແລະ​ປະຊາຊົນ​ທຸກຄົນ​ໃນ​ດິນແດນ​ນີ້​ຈະ​ກຽດຊັງ​ຂ້ອຍ. ຖ້າ​ປະຊາຊົນ​ເຫຼົ່ານີ້​ພ້ອມໃຈ​ກັນ​ມາ​ໂຈມຕີ ຄອບຄົວ​ພວກເຮົາ​ກໍ​ຈະ​ຖືກ​ທຳລາຍ​ຖິ້ມ​ໝົດ ເພາະ​ຄົນ​ຂອງ​ພວກເຮົາ​ມີ​ບໍ່​ຫລາຍ.” 31ແຕ່​ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່​ອາດ​ຍອມ​ໃຫ້​ພວກເຂົາ ເຮັດ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເໝືອນດັ່ງ​ຍິງໂສເພນີ​ດອກ.”