\v 4 \v 5 4ຊາຍ​ຄົນ​ນີ້​ຈຶ່ງ​ເວົ້າ​ກັບ​ພໍ່​ຂອງຕົນ​ວ່າ, “ຈົ່ງ​ໄປ​ຂໍ​ຍິງ​ຜູ້​ນີ້​ໃຫ້​ລູກ​ເອົາ​ມາ​ເປັນ​ເມຍ​ແດ່.” 5ຢາໂຄບ​ຮູ້​ວ່າ, ລູກສາວ​ຂອງຕົນ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ, ແຕ່​ເພິ່ນ​ບໍ່​ກ້າ​ເຮັດ​ຫຍັງ​ລົງ​ໄປ​ເທື່ອ ຈົນກວ່າ​ພວກ​ລູກຊາຍ​ຂອງ​ເພິ່ນ ທີ່​ໄດ້​ອອກ​ໄປ​ລ້ຽງ​ສັດ​ທີ່​ທົ່ງນາ​ນັ້ນ​ກັບ​ມາ​ທຸກຄົນ​ກ່ອນ.