\c 34 \v 1 \v 2 \v 3 1ວັນ​ໜຶ່ງ ນາງ​ດີນາ​ລູກສາວ​ຂອງ​ຢາໂຄບ​ແລະ​ນາງ​ເລອາ ໄດ້​ໄປ​ຢ້ຽມຢາມ​ຍິງ​ຊາວ​ການາອານ​ບາງຄົນ. 2ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ. 3ແຕ່​ເມື່ອ​ເຫັນ​ນາງ​ງາມ​ດືງດູດ​ໃຈ​ຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.