\v 9 \v 10 \v 11 9ເຈົ້າ​ອາບີເມເຫຼັກ​ຈຶ່ງ​ເອີ້ນ​ອີຊາກ​ມາ ແລະ​ເວົ້າ​ວ່າ, “ເບິ່ງດູ ນາງ​ເປັນ​ເມຍ​ຂອງ​ເຈົ້າ​ແທ້ ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ນາງ​ເປັນ​ນ້ອງສາວ?” ອີຊາກ​ຈຶ່ງ​ຕອບ​ວ່າ, “ເພາະ​ຂ້ານ້ອຍ​ຢ້ານ​ຖືກ​ຂ້າ ຖ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ.” 10ເຈົ້າ​ອາບີເມເຫຼັກ​ເວົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ດັ່ງນີ້? ຄົນ​ຂອງເຮົາ​ບາງຄົນ​ອາດ​ນອນ​ນຳ​ເມຍ​ຂອງ​ເຈົ້າ​ກໍໄດ້ ແລະ​ເຈົ້າ​ຕ້ອງ​ຮັບຜິດຊອບ​ໃນ​ຄວາມຜິດ​ຂອງ​ພວກເຮົາ.” 11ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ​ຈຶ່ງ​ອອກ​ຄຳສັ່ງ​ເຕືອນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຂົ່ມເຫັງ​ຊາຍ​ຜູ້​ນີ້​ແລະ​ເມຍ​ຂອງ​ລາວ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”