\v 28 \v 29 \v 30 28ຍິງ​ສາວ​ຈຶ່ງ​ຟ້າວ​ແລ່ນ​ເມືອ​ຫາ​ແມ່​ຢູ່​ເຮືອນ ແລະ​ເລົ່າ​ເລື່ອງ​ທັງໝົດ​ສູ່​ຟັງ. 29ເມື່ອ​ລາບານ​ອ້າຍ​ຂອງ​ເຣເບກາ​ເຫັນ​ແຫວນ​ຄຳ​ປະດັບ​ດັງ; ແລະ​ສາຍ​ແຂນ​ຄຳ​ທີ່​ແຂນ​ຂອງ​ນ້ອງສາວ​ຂອງຕົນ ທັງ​ໄດ້ຍິນ​ເລື່ອງ​ທີ່​ນ້ອງສາວ​ເວົ້າ​ເຖິງ​ຊາຍ​ຄົນ​ນັ້ນ​ສູ່​ແມ່​ຟັງ; 30ລາວ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ພົບ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ ທີ່​ຢືນ​ລໍ​ຖ້າ​ຢູ່​ກັບ​ຝູງ​ອູດ​ໃກ້​ນໍ້າສ້າງ