\v 15 \v 16 15ກ່ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ​ຈົບ​ລົງ ນາງ​ເຣເບກາ​ກໍ​ແບກ​ໄຫ​ນໍ້າ​ຍ່າງ​ມາ​ທີ່​ນໍ້າສ້າງ. ນາງ​ເປັນ​ລູກສາວ​ຂອງ​ເບທູເອນ. ເບທູເອນ​ເປັນ​ລູກຊາຍ​ຂອງ​ນາງ​ມີລະກາ ເມຍ​ຂອງ​ນາໂຮ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ. 16ນາງ​ເປັນ​ສາວ​ບໍຣິສຸດ​ແລະ​ຮູບຮ່າງ​ໜ້າ​ຕາ​ງາມ​ຫລາຍ. ນາງ​ລົງ​ມາ​ທີ່​ນໍ້າສ້າງ​ຕັກ​ນໍ້າ​ຈົນ​ເຕັມ​ໄຫ​ແລະ​ກຳລັງ​ຈະ​ກັບຄືນ​ເມືອ.