\v 7 \v 8 7ເຮົາຈະຕັ້ງພັນທະສັນຍາຂອງເຮົາ ລະຫວ່າງເຮົາກັບເຈົ້າແລະເຊື້ອສາຍທັງຫລາຍຂອງເຈົ້າ ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ,ເປັນພັນທະສັນຍານິລັນດອນ.ທີ່ຈະເປັນພຣະເຈົ້າ ຂອງເຈົ້າ ແລະຂອງເຊື້ອສາຍທັງຫລາຍຂອງເຈົ້າທີ່ເກີດມາພາຍຫລັງເຈົ້າ. 8ເຮົາຈະມອບດິນແດນທີ່ ເຈົ້າອາໄສຢູ່ແກ່ເຈົ້າ ແລະ ເຊື້ອສາຍທັງຫລາຍທີ່ເກີດມາພາຍຫລັງເຈົ້າ. ຄືດິນແດນ ການາອານທັງຫມົດເປັນກຳມະສິດນິລັນດອນ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.”