\v 7 ພຣະຢາເວພຣະເຈົ້າຊົງສ້າງມະນຸດຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ມະນຸດຈຶ່ງກາຍເປັນຜູ້ມີຊີວິດ. \v 8 ພຣະຢາເວພຣະເຈົ້າຊົງສ້າງສວນຂຶ້ນສວນຫນຶ່ງທາງທິດຕາເວັນອອກ, ໃນເອເດນ, ແລະພຣະອົງຊົງໃຫ້ມະນຸດທີ່ພຣະອົງຊົງສ້າງຢູ່ທີ່ນັ້ນ.