Fri Oct 11 2019 19:13:50 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-11 19:13:51 +07:00
parent 42f813f42e
commit f18bbdccea
12 changed files with 17 additions and 2 deletions

View File

@ -1,3 +1,2 @@
8ເດັກນ້ອຍນັ້ນໄດ້ຈະເລີນເຕີບໂຕຂຶ້ນ ແລະ​ໃນ​ມື້​ທີ່​ອີຊາກ​ເຊົາ​ນົມ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່.
ອັບຣາຮາມ​ສົ່ງ​ຮາກາ ແລະ​ອິດຊະມາເອນ​ໜີໄປ
\v 8 \v 9 8ເດັກນ້ອຍນັ້ນໄດ້ຈະເລີນເຕີບໂຕຂຶ້ນ ແລະ​ໃນ​ມື້​ທີ່​ອີຊາກ​ເຊົາ​ນົມ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່.
9ມື້ໜຶ່ງອິດຊະມາເອນລູກຊາຍຂອງອັບຣາຮາມ ຜູ້​ທີ່​ເກີດ​ຈາກ​ນາງ​ຮາກາ​ຊາວ​ເອຢິບ ກຳລັງ​ເຢາະເຢີ້ຍ ອີຊາກ​ລູກຊາຍ​ຂອງ​ນາງ​ຊາຣາ.

1
21/10.txt Normal file
View File

@ -0,0 +1 @@
\v 10 \v 11 10ເມື່ອນາງຊາຣາເຫັນເຊັ່ນນີ້ ຈຶ່ງ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ຈົ່ງ​ສົ່ງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ​ລູກຊາຍ​ຂອງ​ນາງ​ໜີໄປ​ສາ. ລູກຊາຍ​ຂອງ​ນາງ​ບໍ່ຄວນ​ໄດ້​ຮັບ​ມໍຣະດົກ​ສ່ວນ​ໃດໆ​ຂອງ​ເຈົ້າ ຊຶ່ງ​ອີຊາກ​ລູກຊາຍ​ຂອງຂ້ອຍ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຈະ​ເປັນ​ຜູ້​ໄດ້​ຮັບ.” 11ເລື່ອງນີ້ສ້າງຄວາມໜັກໃຈໃຫ້ແກ່ອັບຣາຮາມ ເພາະ​ອິດຊະມາເອນ​ກໍ​ເປັນ​ລູກ​ຂອງ​ເພິ່ນ​ຄື​ກັນ.

1
21/12.txt Normal file
View File

@ -0,0 +1 @@
\v 12 \v 13 12ແຕ່ພຣະເຈົ້າກ່າວແກ່ອັບຣາຮາມວ່າ, “ຢ່າ​ອຸກໃຈ​ໃນ​ເລື່ອງ​ເດັກນ້ອຍ​ກັບ​ຄົນ​ຮັບໃຊ້​ຍິງ​ຮາກາ​ເລີຍ. ຈົ່ງ​ເຮັດ​ຕາມ​ທີ່​ຊາຣາ​ບອກ​ເຈົ້າ ເພາະ​ແມ່ນ​ທາງ​ອີຊາກ​ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້. 13ເຮົາຈະໃຫ້ເດັກນ້ອຍເກີດມາຢ່າງຫລວງຫລາຍ ແກ່​ລູກຊາຍ​ຂອງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ກາຍເປັນ​ປະເທດ​ໜຶ່ງ. ລາວ​ກໍ​ເປັນ​ລູກຊາຍ​ຂອງ​ເຈົ້າ​ເໝືອນກັນ.”

1
21/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14ມື້ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ໄດ້​ເອົາ​ເຂົ້າຈີ່ ແລະ​ນໍ້າ​ໃສ່​ຖົງ​ໜັງ​ໃຫ້​ນາງ​ຮາກາ. ເພິ່ນ​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ​ສົ່ງ​ນາງ​ໜີໄປ. ນາງ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບເອນເຊບາ. 15-16ເມື່ອນໍ້າໃນຖົງໜັງໝົດ ນາງ​ຈຶ່ງ​ປະ​ລູກ​ໄວ້​ຢູ່​ໃຕ້​ພຸ່ມໄມ້​ແຫ່ງ​ໜຶ່ງ ແລະ​ໜີໄປ​ນັ່ງ​ຢູ່​ຫ່າງ​ຈາກ​ເດັກ​ນັ້ນ​ປະມານ​ລູກ​ໜ້າທະນູ​ຕົກ. ນາງ​ເວົ້າ​ຢູ່​ຜູ້​ດຽວ​ວ່າ, “ຂ້ອຍ​ບໍ່​ກ້າ​ເບິ່ງ​ລູກ​ສິ້ນ​ໃຈ​ຕາຍ​ຕໍ່ໜ້າຕໍ່ຕາ.” ແລ້ວ​ນາງ ກໍ​ເລີ່ມ​ຮ້ອງໄຫ້​ຂຶ້ນ.

1
21/17.txt Normal file
View File

@ -0,0 +1 @@
\v 17 \v 18 17ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະ​ເທວະດາ​ຂອງ​ພຣະເຈົ້າ​ກໍໄດ້​ເອີ້ນ​ນາງ​ຮາກາ​ມາ​ຈາກ​ສະຫວັນ​ວ່າ, “ຮາກາ ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ? ຢ່າ​ຢ້ານກົວ​ເລີຍ. ພຣະເຈົ້າ​ໄດ້ຍິນ​ສຽງ​ເດັກນ້ອຍ​ຮ້ອງໄຫ້​ແລ້ວ. 18ຈົ່ງລຸກຂຶ້ນໄປອູ້ມແລະອອຍລາວເຖີດ. ເຮົາ​ຈະ​ໃຫ້​ບັນດາ​ເຊື້ອສາຍ​ຂອງ​ລາວ​ເກີດ​ເປັນ​ຊົນຊາດ​ໃຫຍ່.”

1
21/19.txt Normal file
View File

@ -0,0 +1 @@
\v 19 \v 20 \v 21 19ແລ້ວພຣະເຈົ້າກໍໄດ້ບັນດານໃຫ້ນາງເຫັນນໍ້າສ້າງໜ່ວຍໜຶ່ງ. ນາງ​ຈຶ່ງ​ຟ້າວ​ໄປ​ຕັກ​ເອົາ​ນໍ້າ​ຈົນ​ເຕັມ​ຖົງ ແລະ​ເອົາ​ມາ​ໃຫ້​ລູກຊາຍ​ດື່ມ. 20ພຣະເຈົ້າຢູ່ນຳເດັກຊາຍຜູ້ນີ້ ຈົນ​ລາວ​ຈະເລີນ​ເຕີບໂຕ​ໃຫຍ່​ຂຶ້ນ; ລາວ​ອາໄສ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ແລະ​ກາຍເປັນ​ນາຍພານ​ຜູ້​ສະຫລາດ​ແລະ​ຊຳນິ​ຊຳນານ. 21ຜູ້ເປັນແມ່ໄດ້ໄປຫາເມຍຈາກປະເທດເອຢິບມາໃຫ້ລາວ.

2
21/22.txt Normal file
View File

@ -0,0 +1,2 @@
\v 22 \v 23 \v 24 22ໃນຄາວນັ້ນ ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ມາ​ຫາ​ອັບຣາຮາມ ແລະ​ເວົ້າ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍຕາມ. 23ສະນັ້ນ ຈົ່ງ​ປະຕິຍານ​ໃນ​ທີ່​ນີ້​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ຫລອກລວງ​ເຮົາ, ລູກຫລານ ຫລື​ເຊື້ອສາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ. ດັ່ງນັ້ນ ຈົ່ງ​ສັນຍາ​ກັບ​ເຮົາ​ວ່າ ເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ເໝືອນກັນ​ແລະ​ຕໍ່​ດິນແດນ​ທີ່​ເຈົ້າ​ຢູ່​ນີ້.”
24ອັບຣາຮາມຕອບວ່າ, “ຂ້ານ້ອຍ​ຂໍ​ປະຕິຍານ.”

1
21/25.txt Normal file
View File

@ -0,0 +1 @@
\v 25 \v 26 \v 27 25ອັບຣາຮາມຮ້ອງຂໍຕໍ່ເຈົ້າອາບີເມເຫຼັກເຖິງເລື່ອງນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ຢຶດເອົາ​ໄປ​ນັ້ນ. 26ເພິ່ນຕອບວ່າ, “ເຮົາ​ບໍ່​ຮູ້ຈັກ ເຈົ້າ​ບໍ່ເຄີຍ​ບອກ​ເຮົາ​ເຖິງ​ເລື່ອງ​ນີ້​ເລີຍ ແລະ​ແມ່ນ​ເທື່ອ​ທຳອິດ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້.” 27ແລ້ວອັບຣາຮາມກໍໄດ້ເອົາແກະແລະງົວບາງໂຕມອບໃຫ້ເຈົ້າອາບີເມເຫຼັກ ແລະ​ທັງສອງ​ໄດ້​ເຮັດ​ຂໍ້​ຕົກລົງ​ກັນ.

2
21/28.txt Normal file
View File

@ -0,0 +1,2 @@
\v 28 \v 29 \v 30 28ອັບຣາຮາມໄດ້ແຍກເອົາລູກແກະເຈັດໂຕອອກມາຈາກຝູງ 29ແລະເຈົ້າອາບີເມເຫຼັກໄດ້ຖາມວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ?”
30ແລ້ວອັບຣາຮາມກໍຕອບວ່າ, “ທ່ານ​ຈົ່ງ​ຮັບ​ເອົາ​ລູກແກະ​ເຈັດ​ໂຕ​ນີ້​ໄປ​ເຖີດ. ໂດຍ​ກະທຳ​ເຊັ່ນນີ້ ທ່ານ​ຈະ​ໄດ້​ຮັບຮູ້​ວ່າ​ຂ້ານ້ອຍ​ເປັນ​ຜູ້​ຂຸດ​ນໍ້າສ້າງ​ນີ້.”

2
21/31.txt Normal file
View File

@ -0,0 +1,2 @@
\v 31 \v 32 31ດັ່ງນັ້ນ ບ່ອນ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ເບເອນເຊບາ ເພາະ​ເປັນ​ບ່ອນ​ທີ່​ທັງສອງ​ຝ່າຍ​ໄດ້​ປະຕິຍານ​ຕໍ່​ກັນແລະກັນ.
32ຫລັງຈາກທີ່ທັງສອງໄດ້ເຮັດຂໍ້ຕົກລົງກັນທີ່ເບເອນເຊບາແລ້ວ; ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ຜູ້​ທີ່​ເປັນ​ແມ່​ທັບ​ຂອງ​ເພິ່ນ ກໍ​ພາກັນ​ກັບຄືນ​ສູ່​ດິນແດນ​ຊາວ​ຟີລິດສະຕິນ.

1
21/33.txt Normal file
View File

@ -0,0 +1 @@
\v 33 \v 34 33ແລ້ວອັບຣາຮາມກໍປູກກົກໄມ້ຕົ້ນໜຶ່ງຊື່ວ່າ, “ຕາມາຣີ” ໃສ່​ທີ່​ເບເອນເຊບາ ແລະ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ ຄື​ພຣະເຈົ້າ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. 34ອັບຣາຮາມໄດ້ຢູ່ທີ່ດິນແດນຟີລິດສະຕິນເປັນເວລານານ.

3
22/01.txt Normal file
View File

@ -0,0 +1,3 @@
\c 22 \v 1 \v 2 \v 3 1ຕໍ່ມາ ພຣະເຈົ້າ​ໄດ້​ລອງໃຈ​ອັບຣາຮາມ; ພຣະອົງ​ເອີ້ນ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ” ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”
2ພຣະເຈົ້າສັ່ງວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”
3ອັບຣາຮາມຈຶ່ງລຸກຂຶ້ນແຕ່ເຊົ້າມືດ ຈັດຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງ​ບູຊາ, ເອົາ​ເຄື່ອງ​ຂອງ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ ແລະ​ເອົາ​ອີຊາກ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ຕົນ. ພວກເຂົາ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ.