Mon Oct 14 2019 19:23:29 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-14 19:23:30 +07:00
parent b6cdbebd02
commit d9ac9b25ff
13 changed files with 13 additions and 1 deletions

View File

@ -1 +1 @@
22ສາມວັນຕໍ່ມາ ລາບານ​ຈຶ່ງ​ຮູ້​ວ່າ​ຢາໂຄບ​ໄດ້​ໜີໄປ​ແລ້ວ. 23ສະນັ້ນ ເພິ່ນ​ຈຶ່ງ​ພາ​ຄົນ​ໄລ່​ຕິດຕາມ​ຢາໂຄບ​ໄປ​ເປັນ​ເວລາ​ເຈັດ​ວັນ ແລະ​ທັນ​ລາວ​ທີ່​ເຂດ​ເນີນພູ​ກີເລອາດ.
\v 22 \v 23 22ສາມວັນຕໍ່ມາ ລາບານ​ຈຶ່ງ​ຮູ້​ວ່າ​ຢາໂຄບ​ໄດ້​ໜີໄປ​ແລ້ວ. 23ສະນັ້ນ ເພິ່ນ​ຈຶ່ງ​ພາ​ຄົນ​ໄລ່​ຕິດຕາມ​ຢາໂຄບ​ໄປ​ເປັນ​ເວລາ​ເຈັດ​ວັນ ແລະ​ທັນ​ລາວ​ທີ່​ເຂດ​ເນີນພູ​ກີເລອາດ.

1
31/24.txt Normal file
View File

@ -0,0 +1 @@
\v 24 \v 25 24ໃນຄືນນັ້ນ ພຣະເຈົ້າ​ໄດ້​ປາກົດ​ໃນ​ຄວາມຝັນ​ຂອງ​ລາບານ​ຊາວ​ອາຣາມ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລະວັງ ເຈົ້າ​ຢ່າ​ຂູ່ເຂັນ​ຢາໂຄບ​ແຕ່​ຢ່າງ​ໃດ​ເລີຍ.” 25ຢາໂຄບຕັ້ງຄ້າຍພັກຂອງຕົນຢູ່ເທິງເນີນພູ; ສ່ວນ​ລາບານ​ແລະ​ພວກ​ທີ່​ຕິດຕາມ​ຕົນ​ມາ​ນັ້ນ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເນີນພູ​ກີເລອາດ.

1
31/26.txt Normal file
View File

@ -0,0 +1 @@
\v 26 \v 27 \v 28 26ລາບານເວົ້າຕໍ່ຢາໂຄບວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຫຼອກລວງ​ຂ້ອຍ ແລະ​ພາ​ລູກສາວ​ຂ້ອຍ​ໜີໄປ​ເໝືອນ​ດັ່ງ​ຍິງ​ຊະເລີຍເສິກ? 27ເປັນຫຍັງເຈົ້າຈຶ່ງປົບໜີຂ້ອຍມາຢ່າງລັບໆ ແລະ​ໜີ​ມາ​ໂດຍ​ບໍ່​ຄອບ​ຂ້ອຍ? ຖ້າ​ເຈົ້າ​ບອກ ຂ້ອຍ​ກໍ​ຈະ​ໄປ​ສົ່ງ​ເຖິງ​ທາງ​ດ້ວຍ​ຄວາມ​ຍິນດີ ໂດຍ​ມີ​ຂະບວນ​ແຫ່​ທັງ​ສຽງ​ຄ້ອງ, ສຽງ​ກອງ, ສຽງ​ພິນ ແລະ​ສຽງ​ຮ້ອງລຳ​ທຳເພງ. 28ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາແມ່ນແຕ່ລູກສາວ ແລະ​ຫລານໆ​ຂອງຂ້ອຍ​ເລີຍ. ເຈົ້າ​ຄື​ມາ​ເຮັດ​ແບບ​ໂງ່ໆ​ເຊັ່ນນີ້

1
31/29.txt Normal file
View File

@ -0,0 +1 @@
\v 29 \v 30 29ຂ້ອຍມີສິດທີ່ຈະທຳຮ້າຍເຈົ້າ, ແຕ່​ຄືນ​ນີ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ບອກ​ຂ້ອຍ ບໍ່​ໃຫ້​ຂູ່ເຂັນ​ເຈົ້າ​ແຕ່​ປະການ​ໃດ. 30ຂ້ອຍຮູ້ວ່າເຈົ້າປົບໜີ ເພາະ​ຢາກ​ກັບ​ເມືອ​ບ້ານ​ແຮງ, ແຕ່​ເປັນຫຍັງ ເຈົ້າ​ຈຶ່ງ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງຂ້ອຍ​ມາ​ນຳ.”

1
31/31.txt Normal file
View File

@ -0,0 +1 @@
\v 31 \v 32 31ຢາໂຄບຕອບວ່າ, “ຂ້ອຍ​ຄິດ​ຢ້ານ​ເຈົ້າ ແລະ​ຢ້ານ​ວ່າ​ເຈົ້າ​ຈະ​ເອົາ​ລູກສາວ​ຂອງ​ເຈົ້າ​ຄືນ. 32ແຕ່ຖ້າເຈົ້າພົບຮູບເຄົາຣົບນຳຜູ້ໃດຜູ້ໜຶ່ງໃນທີ່ນີ້ ໃຫ້​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ. ຄົນ​ຂອງເຮົາ​ກໍ​ຢູ່​ທີ່​ນີ້​ເພື່ອ​ເປັນ​ພະຍານ. ຈົ່ງ​ຄົ້ນ​ຫາ​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ເຈົ້າ​ຄືນ​ໄປ.” ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ເອົາ​ຮູບເຄົາຣົບ​ມາ​ນຳ.

1
31/33.txt Normal file
View File

@ -0,0 +1 @@
\v 33 33ລາບານເຂົ້າໄປຄົ້ນໃນຜ້າເຕັນຂອງຢາໂຄບ. ແລ້ວ​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ເລອາ ແລະ​ຜ້າເຕັນ​ຂອງ​ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແຕ່​ບໍ່​ພົບ​ຮູບ​ພະ​ນັ້ນ​ເລີຍ. ແລ້ວ​ເພິ່ນ​ກໍໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ນາງ​ຣາເຊັນ.

1
31/34.txt Normal file
View File

@ -0,0 +1 @@
\v 34 \v 35 34ນາງຣາເຊັນເອົາຮູບພະປະຈຳຄອບຄົວເຫຼົ່ານັ້ນ ເຊື່ອງ​ໄວ້​ໃນ​ຖົງ​ອານ​ໃສ່​ຫລັງ​ອູດ ແລະ​ນັ່ງ​ເທິງ​ອານ​ນັ້ນ. ລາບານ​ຊອກ​ເບິ່ງ​ໝົດ​ໃນ​ຜ້າເຕັນ​ແຕ່​ບໍ່​ພົບ. 35ນາງຣາເຊັນເວົ້າຕໍ່ພໍ່ຂອງຕົນວ່າ, “ພໍ່​ຢ່າ​ຮ້າຍ​ລູກ​ເດີ ທີ່​ລູກ​ບໍ່​ອາດ​ລຸກ​ຢືນ​ຂຶ້ນ​ໄດ້​ເມື່ອ​ພໍ່​ເຂົ້າ​ມາ ຍ້ອນ​ວ່າ​ລູກ​ເປັນ​ປະຈຳເດືອນ.” ລາບານ​ຊອກ​ຄົ້ນ​ເບິ່ງ​ໝົດ​ທຸກ​ບ່ອນ ແຕ່​ເພິ່ນ​ບໍ່​ພົບ​ຮູບ​ພະ​ນັ້ນ.

1
31/36.txt Normal file
View File

@ -0,0 +1 @@
\v 36 \v 37 36ແລ້ວຢາໂຄບກໍຮ້າຍຂຶ້ນຈຶ່ງຖາມວ່າ, “ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຂ້ອຍ​ໄດ້​ສ້າງ​ອາດຊະຍາກຳ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຕາມ​ຂ້ອຍ​ມາ? 37ບັດນີ້ ເຈົ້າ​ໄດ້​ຄົ້ນ​ເບິ່ງ​ສິ່ງຂອງ​ຂອງຂ້ອຍ​ທັງໝົດ​ແລ້ວ ມີ​ສິ່ງໃດ​ແດ່​ທີ່​ເຈົ້າ​ເຫັນ​ວ່າ​ມັນ​ເປັນ​ຂອງ​ເຈົ້າ? ເອົາ​ອອກ​ມາ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ເບິ່ງດູ ແລະ​ໃຫ້​ພວກເຂົາ​ຕັດສິນ​ວ່າ​ລະຫວ່າງ​ເຈົ້າ​ກັບ​ຂ້ອຍ​ແມ່ນ​ຜູ້ໃດ​ຜິດ​ຜູ້ໃດ​ຖືກ.

1
31/38.txt Normal file
View File

@ -0,0 +1 @@
\v 38 \v 39 \v 40 38ເບິ່ງດູ ຂ້ອຍ​ໄດ້​ອາໄສ​ຢູ່​ກັບ​ເຈົ້າ​ເປັນ​ເວລາ​ຊາວ​ປີ ແລະ​ແກະ​ກັບ​ແບ້​ຂອງ​ເຈົ້າ​ໄດ້​ອອກ​ແມ່​ແຜ່​ລູກ​ຢູ່​ບໍ່​ຂາດ, ແຕ່​ຂ້ອຍ​ບໍ່ໄດ້​ກິນ​ແກະເຖິກ​ຢູ່​ໃນ​ຝູງ​ຂອງ​ເຈົ້າ​ແມ່ນແຕ່​ໂຕ​ດຽວ. 39ເທື່ອໃດທີ່ແກະຂອງເຈົ້າຖືກສັດປ່າກັດຕາຍ ຂ້ອຍ​ກໍ​ຈ່າຍ​ຄ່າ​ເສຍຫາຍ​ເອງ​ເທື່ອນັ້ນ. ຂ້ອຍ​ບໍ່ໄດ້​ເອົາ​ມາ​ໃຫ້​ເຈົ້າ​ເບິ່ງ ແລະ​ບອກ​ວ່າ​ມັນ​ບໍ່ແມ່ນ​ຄວາມຜິດ​ຂອງຂ້ອຍ. ເຈົ້າ​ໄດ້​ທວງ​ຄືນ​ສິ່ງ​ທີ່​ຖືກ​ລັກ​ໄປ​ຍາມ​ກາງເວັນ​ແລະ​ຍາມ​ກາງຄືນ. 40ມີຫລາຍເທື່ອທີ່ຂ້ອຍຕ້ອງທົນຕໍ່ແສງແດດເຜົາຜານໃນເວລາກາງເວັນ ແລະ​ທົນ​ຕໍ່​ຄວາມ​ໜາວ​ໃນ​ເວລາ​ກາງຄືນ ຈົນ​ຂ້ອຍ​ບໍ່​ອາດ​ຈະ​ນອນ​ຕາ​ຫລັບ​ໄດ້.

1
31/41.txt Normal file
View File

@ -0,0 +1 @@
\v 41 \v 42 41ແມ່ນແບບນີ້ແຫຼະ ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ນຳ​ເຈົ້າ​ເປັນ​ເວລາ​ສິບສີ່​ປີ ເພື່ອ​ຈະ​ໄດ້​ລູກສາວ​ຂອງ​ເຈົ້າ​ສອງ​ຄົນ​ມາ​ເປັນ​ເມຍ ແລະ​ອີກ​ຫົກ​ປີ​ເພື່ອ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ, ແຕ່​ເຖິງ​ປານ​ນັ້ນ ເຈົ້າ​ຍັງ​ປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ. 42ຖ້າພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ອຍ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ແລະ​ອີຊາກ ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ; ປານ​ນີ້​ເຈົ້າ​ຄົງ​ໄລ່​ຂ້ອຍ​ໜີໄປ​ມື​ເປົ່າ​ແລ້ວ. ແຕ່​ພຣະເຈົ້າ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງຂ້ອຍ ທັງ​ຮູ້ຈັກ​ວຽກງານ​ທີ່​ຂ້ອຍ​ໄດ້​ເຮັດ ແລະ​ໃນ​ຄືນ​ວານ​ນີ້ ພຣະອົງ​ຈຶ່ງ​ຕັດສິນ​ຄວາມ​ໃຫ້.”

1
31/43.txt Normal file
View File

@ -0,0 +1 @@
\v 43 \v 44 43ລາບານຕອບຢາໂຄບວ່າ, “ຍິງ​ພວກ​ນີ້​ເປັນ​ຂອງຂ້ອຍ ແລະ​ລູກ​ຂອງ​ພວກເຂົາ​ກໍ​ເປັນ​ຂອງຂ້ອຍ ຕະຫລອດ​ທັງ​ຝູງສັດ​ກໍ​ເປັນ​ຂອງຂ້ອຍ​ດ້ວຍ. ທີ່​ຈິງ​ແລ້ວ​ທຸກສິ່ງ​ທີ່​ເຈົ້າ​ເຫັນ​ຢູ່​ນີ້​ເປັນ​ຂອງຂ້ອຍ​ໝົດ, ແຕ່​ໃນ​ເມື່ອ​ຂ້ອຍ​ບໍ່​ສາມາດ​ກີດກັ້ນ ລູກສາວ​ກັບ​ພວກ​ຫລານໆ​ຂອງຂ້ອຍ​ບໍ່​ໃຫ້​ໄປ​ກັບ​ເຈົ້າ​ໄດ້ 44ຂ້ອຍພ້ອມແລ້ວທີ່ຈະເຮັດຂໍ້ຕົກລົງກັບເຈົ້າ. ພວກເຮົາ​ຈົ່ງ​ພາກັນ​ຂົນ​ຫີນ​ມາ​ກອງ​ໄວ້ ເພື່ອ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ພວກເຮົາ​ໃນ​ເລື່ອງ​ນີ້.”

1
31/45.txt Normal file
View File

@ -0,0 +1 @@
\v 45 \v 46 \v 47 45ສະນັ້ນ ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ເສົາ​ໜຶ່ງ​ຂຶ້ນ​ເປັນ​ທີ່ລະນຶກ. 46ລາວບອກຄົນຂອງຕົນຂົນຫີນມາກອງໄວ້ ແລະ​ພວກເຂົາ​ໄດ້​ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ. 47ລາບານໃສ່ຊື່ກອງຫີນນັ້ນວ່າ ເຢກາ​ສາຮາດູທາ; ໃນຂະນະ​ດຽວກັນ​ນັ້ນ ຢາໂຄບ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ຄາລີເອັດ.

1
31/48.txt Normal file
View File

@ -0,0 +1 @@
\v 48 \v 49 \v 50 48ລາບານເວົ້າວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ພວກເຮົາ​ທັງສອງ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຄາລີເອັດ. 49ລາບານອວຍພອນອີກວ່າ,“ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ຄອຍ​ເບິ່ງ​ພວກເຮົາເວລາ​ຫ່າງ​ຈາກ​ກັນ​ໄປ.” ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ອີກ​ວ່າ, “ມີຊະປາ.” 50ລາບານເວົ້າຕໍ່ໄປວ່າ, “ຖ້າ​ເຈົ້າ​ຂົ່ມເຫັງ​ລູກສາວ​ຂອງຂ້ອຍ ຫລື​ແຕ່ງງານ​ກັບ​ຍິງ​ອື່ນ​ອີກ; ເຖິງ​ແມ່ນ​ຂ້ອຍ​ບໍ່​ຮູ້​ກໍຕາມ ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າ​ຄອຍ​ເຝົ້າ​ເບິ່ງ​ພວກເຮົາ​ສະເໝີ.” ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ,