Mon Oct 14 2019 19:23:29 GMT+0700 (SE Asia Standard Time)
This commit is contained in:
parent
b6cdbebd02
commit
d9ac9b25ff
|
@ -1 +1 @@
|
||||||
22ສາມວັນຕໍ່ມາ ລາບານຈຶ່ງຮູ້ວ່າຢາໂຄບໄດ້ໜີໄປແລ້ວ. 23ສະນັ້ນ ເພິ່ນຈຶ່ງພາຄົນໄລ່ຕິດຕາມຢາໂຄບໄປເປັນເວລາເຈັດວັນ ແລະທັນລາວທີ່ເຂດເນີນພູກີເລອາດ.
|
\v 22 \v 23 22ສາມວັນຕໍ່ມາ ລາບານຈຶ່ງຮູ້ວ່າຢາໂຄບໄດ້ໜີໄປແລ້ວ. 23ສະນັ້ນ ເພິ່ນຈຶ່ງພາຄົນໄລ່ຕິດຕາມຢາໂຄບໄປເປັນເວລາເຈັດວັນ ແລະທັນລາວທີ່ເຂດເນີນພູກີເລອາດ.
|
|
@ -0,0 +1 @@
|
||||||
|
\v 24 \v 25 24ໃນຄືນນັ້ນ ພຣະເຈົ້າໄດ້ປາກົດໃນຄວາມຝັນຂອງລາບານຊາວອາຣາມ ແລະກ່າວແກ່ລາວວ່າ, “ຈົ່ງລະວັງ ເຈົ້າຢ່າຂູ່ເຂັນຢາໂຄບແຕ່ຢ່າງໃດເລີຍ.” 25ຢາໂຄບຕັ້ງຄ້າຍພັກຂອງຕົນຢູ່ເທິງເນີນພູ; ສ່ວນລາບານແລະພວກທີ່ຕິດຕາມຕົນມານັ້ນຕັ້ງຄ້າຍພັກຢູ່ທີ່ເນີນພູກີເລອາດ.
|
|
@ -0,0 +1 @@
|
||||||
|
\v 26 \v 27 \v 28 26ລາບານເວົ້າຕໍ່ຢາໂຄບວ່າ, “ເປັນຫຍັງເຈົ້າຈຶ່ງຫຼອກລວງຂ້ອຍ ແລະພາລູກສາວຂ້ອຍໜີໄປເໝືອນດັ່ງຍິງຊະເລີຍເສິກ? 27ເປັນຫຍັງເຈົ້າຈຶ່ງປົບໜີຂ້ອຍມາຢ່າງລັບໆ ແລະໜີມາໂດຍບໍ່ຄອບຂ້ອຍ? ຖ້າເຈົ້າບອກ ຂ້ອຍກໍຈະໄປສົ່ງເຖິງທາງດ້ວຍຄວາມຍິນດີ ໂດຍມີຂະບວນແຫ່ທັງສຽງຄ້ອງ, ສຽງກອງ, ສຽງພິນ ແລະສຽງຮ້ອງລຳທຳເພງ. 28ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາແມ່ນແຕ່ລູກສາວ ແລະຫລານໆຂອງຂ້ອຍເລີຍ. ເຈົ້າຄືມາເຮັດແບບໂງ່ໆເຊັ່ນນີ້
|
|
@ -0,0 +1 @@
|
||||||
|
\v 29 \v 30 29ຂ້ອຍມີສິດທີ່ຈະທຳຮ້າຍເຈົ້າ, ແຕ່ຄືນນີ້ພຣະເຈົ້າຂອງພໍ່ເຈົ້າໄດ້ບອກຂ້ອຍ ບໍ່ໃຫ້ຂູ່ເຂັນເຈົ້າແຕ່ປະການໃດ. 30ຂ້ອຍຮູ້ວ່າເຈົ້າປົບໜີ ເພາະຢາກກັບເມືອບ້ານແຮງ, ແຕ່ເປັນຫຍັງ ເຈົ້າຈຶ່ງເອົາຮູບເຄົາຣົບປະຈຳຄອບຄົວຂອງຂ້ອຍມານຳ.”
|
|
@ -0,0 +1 @@
|
||||||
|
\v 31 \v 32 31ຢາໂຄບຕອບວ່າ, “ຂ້ອຍຄິດຢ້ານເຈົ້າ ແລະຢ້ານວ່າເຈົ້າຈະເອົາລູກສາວຂອງເຈົ້າຄືນ. 32ແຕ່ຖ້າເຈົ້າພົບຮູບເຄົາຣົບນຳຜູ້ໃດຜູ້ໜຶ່ງໃນທີ່ນີ້ ໃຫ້ຂ້າຜູ້ນັ້ນຖິ້ມໂລດ. ຄົນຂອງເຮົາກໍຢູ່ທີ່ນີ້ເພື່ອເປັນພະຍານ. ຈົ່ງຄົ້ນຫາເອົາທຸກສິ່ງທີ່ເປັນຂອງເຈົ້າຄືນໄປ.” ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກເອົາຮູບເຄົາຣົບມານຳ.
|
|
@ -0,0 +1 @@
|
||||||
|
\v 33 33ລາບານເຂົ້າໄປຄົ້ນໃນຜ້າເຕັນຂອງຢາໂຄບ. ແລ້ວເຂົ້າໄປໃນຜ້າເຕັນຂອງເລອາ ແລະຜ້າເຕັນຂອງຄົນຮັບໃຊ້ຍິງສອງຄົນ ແຕ່ບໍ່ພົບຮູບພະນັ້ນເລີຍ. ແລ້ວເພິ່ນກໍໄດ້ເຂົ້າໄປໃນຜ້າເຕັນຂອງນາງຣາເຊັນ.
|
|
@ -0,0 +1 @@
|
||||||
|
\v 34 \v 35 34ນາງຣາເຊັນເອົາຮູບພະປະຈຳຄອບຄົວເຫຼົ່ານັ້ນ ເຊື່ອງໄວ້ໃນຖົງອານໃສ່ຫລັງອູດ ແລະນັ່ງເທິງອານນັ້ນ. ລາບານຊອກເບິ່ງໝົດໃນຜ້າເຕັນແຕ່ບໍ່ພົບ. 35ນາງຣາເຊັນເວົ້າຕໍ່ພໍ່ຂອງຕົນວ່າ, “ພໍ່ຢ່າຮ້າຍລູກເດີ ທີ່ລູກບໍ່ອາດລຸກຢືນຂຶ້ນໄດ້ເມື່ອພໍ່ເຂົ້າມາ ຍ້ອນວ່າລູກເປັນປະຈຳເດືອນ.” ລາບານຊອກຄົ້ນເບິ່ງໝົດທຸກບ່ອນ ແຕ່ເພິ່ນບໍ່ພົບຮູບພະນັ້ນ.
|
|
@ -0,0 +1 @@
|
||||||
|
\v 36 \v 37 36ແລ້ວຢາໂຄບກໍຮ້າຍຂຶ້ນຈຶ່ງຖາມວ່າ, “ຂ້ອຍໄດ້ເຮັດຫຍັງຜິດ? ຂ້ອຍໄດ້ສ້າງອາດຊະຍາກຳຫຍັງຈຶ່ງເຮັດໃຫ້ເຈົ້າຕ້ອງຕາມຂ້ອຍມາ? 37ບັດນີ້ ເຈົ້າໄດ້ຄົ້ນເບິ່ງສິ່ງຂອງຂອງຂ້ອຍທັງໝົດແລ້ວ ມີສິ່ງໃດແດ່ທີ່ເຈົ້າເຫັນວ່າມັນເປັນຂອງເຈົ້າ? ເອົາອອກມາໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍເບິ່ງດູ ແລະໃຫ້ພວກເຂົາຕັດສິນວ່າລະຫວ່າງເຈົ້າກັບຂ້ອຍແມ່ນຜູ້ໃດຜິດຜູ້ໃດຖືກ.
|
|
@ -0,0 +1 @@
|
||||||
|
\v 38 \v 39 \v 40 38ເບິ່ງດູ ຂ້ອຍໄດ້ອາໄສຢູ່ກັບເຈົ້າເປັນເວລາຊາວປີ ແລະແກະກັບແບ້ຂອງເຈົ້າໄດ້ອອກແມ່ແຜ່ລູກຢູ່ບໍ່ຂາດ, ແຕ່ຂ້ອຍບໍ່ໄດ້ກິນແກະເຖິກຢູ່ໃນຝູງຂອງເຈົ້າແມ່ນແຕ່ໂຕດຽວ. 39ເທື່ອໃດທີ່ແກະຂອງເຈົ້າຖືກສັດປ່າກັດຕາຍ ຂ້ອຍກໍຈ່າຍຄ່າເສຍຫາຍເອງເທື່ອນັ້ນ. ຂ້ອຍບໍ່ໄດ້ເອົາມາໃຫ້ເຈົ້າເບິ່ງ ແລະບອກວ່າມັນບໍ່ແມ່ນຄວາມຜິດຂອງຂ້ອຍ. ເຈົ້າໄດ້ທວງຄືນສິ່ງທີ່ຖືກລັກໄປຍາມກາງເວັນແລະຍາມກາງຄືນ. 40ມີຫລາຍເທື່ອທີ່ຂ້ອຍຕ້ອງທົນຕໍ່ແສງແດດເຜົາຜານໃນເວລາກາງເວັນ ແລະທົນຕໍ່ຄວາມໜາວໃນເວລາກາງຄືນ ຈົນຂ້ອຍບໍ່ອາດຈະນອນຕາຫລັບໄດ້.
|
|
@ -0,0 +1 @@
|
||||||
|
\v 41 \v 42 41ແມ່ນແບບນີ້ແຫຼະ ທີ່ຂ້ອຍໄດ້ອາໄສຢູ່ນຳເຈົ້າເປັນເວລາສິບສີ່ປີ ເພື່ອຈະໄດ້ລູກສາວຂອງເຈົ້າສອງຄົນມາເປັນເມຍ ແລະອີກຫົກປີເພື່ອມີຝູງສັດເປັນຂອງຕົນເອງ, ແຕ່ເຖິງປານນັ້ນ ເຈົ້າຍັງປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ. 42ຖ້າພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ອຍ ຄືພຣະເຈົ້າຂອງອັບຣາຮາມແລະອີຊາກ ບໍ່ໄດ້ສະຖິດຢູ່ນຳຂ້ອຍ; ປານນີ້ເຈົ້າຄົງໄລ່ຂ້ອຍໜີໄປມືເປົ່າແລ້ວ. ແຕ່ພຣະເຈົ້າເຫັນຄວາມທຸກລຳບາກຂອງຂ້ອຍ ທັງຮູ້ຈັກວຽກງານທີ່ຂ້ອຍໄດ້ເຮັດ ແລະໃນຄືນວານນີ້ ພຣະອົງຈຶ່ງຕັດສິນຄວາມໃຫ້.”
|
|
@ -0,0 +1 @@
|
||||||
|
\v 43 \v 44 43ລາບານຕອບຢາໂຄບວ່າ, “ຍິງພວກນີ້ເປັນຂອງຂ້ອຍ ແລະລູກຂອງພວກເຂົາກໍເປັນຂອງຂ້ອຍ ຕະຫລອດທັງຝູງສັດກໍເປັນຂອງຂ້ອຍດ້ວຍ. ທີ່ຈິງແລ້ວທຸກສິ່ງທີ່ເຈົ້າເຫັນຢູ່ນີ້ເປັນຂອງຂ້ອຍໝົດ, ແຕ່ໃນເມື່ອຂ້ອຍບໍ່ສາມາດກີດກັ້ນ ລູກສາວກັບພວກຫລານໆຂອງຂ້ອຍບໍ່ໃຫ້ໄປກັບເຈົ້າໄດ້ 44ຂ້ອຍພ້ອມແລ້ວທີ່ຈະເຮັດຂໍ້ຕົກລົງກັບເຈົ້າ. ພວກເຮົາຈົ່ງພາກັນຂົນຫີນມາກອງໄວ້ ເພື່ອໃຫ້ເປັນສິ່ງເຕືອນໃຈພວກເຮົາໃນເລື່ອງນີ້.”
|
|
@ -0,0 +1 @@
|
||||||
|
\v 45 \v 46 \v 47 45ສະນັ້ນ ຢາໂຄບຈຶ່ງຕັ້ງເສົາຫີນເສົາໜຶ່ງຂຶ້ນເປັນທີ່ລະນຶກ. 46ລາວບອກຄົນຂອງຕົນຂົນຫີນມາກອງໄວ້ ແລະພວກເຂົາໄດ້ກິນລ້ຽງໃກ້ກອງຫີນນັ້ນ. 47ລາບານໃສ່ຊື່ກອງຫີນນັ້ນວ່າ ເຢກາສາຮາດູທາ; ໃນຂະນະດຽວກັນນັ້ນ ຢາໂຄບໃສ່ຊື່ກອງຫີນນັ້ນວ່າ ຄາລີເອັດ.
|
|
@ -0,0 +1 @@
|
||||||
|
\v 48 \v 49 \v 50 48ລາບານເວົ້າວ່າ, “ກອງຫີນນີ້ຈະເປັນສິ່ງເຕືອນໃຈລະຫວ່າງພວກເຮົາທັງສອງ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງມີຊື່ວ່າ ຄາລີເອັດ. 49ລາບານອວຍພອນອີກວ່າ,“ຂໍໃຫ້ພຣະເຈົ້າຢາເວເຝົ້າຄອຍເບິ່ງພວກເຮົາເວລາຫ່າງຈາກກັນໄປ.” ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ອີກວ່າ, “ມີຊະປາ.” 50ລາບານເວົ້າຕໍ່ໄປວ່າ, “ຖ້າເຈົ້າຂົ່ມເຫັງລູກສາວຂອງຂ້ອຍ ຫລືແຕ່ງງານກັບຍິງອື່ນອີກ; ເຖິງແມ່ນຂ້ອຍບໍ່ຮູ້ກໍຕາມ ຈົ່ງຈົດຈຳໄວ້ວ່າພຣະເຈົ້າຄອຍເຝົ້າເບິ່ງພວກເຮົາສະເໝີ.” ລາບານເວົ້າຕໍ່ຢາໂຄບວ່າ,
|
Loading…
Reference in New Issue