Sat Nov 09 2019 08:11:14 GMT+0000 (GMT Standard Time)

This commit is contained in:
Touktah 2019-11-09 08:11:15 +00:00
commit ba70304903
631 changed files with 687 additions and 0 deletions

1
01/01.txt Normal file
View File

@ -0,0 +1 @@
\v 1 ໃນປະຖົມມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. \v 2 ແຜ່ນດິນນັ້ນບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່. ຄວາມມືດປົກຄຸມຢູ່ເຫນືອຜິວຫນ້າຂອງບ່ອນເລິກ. ພຣະວິນຍານຂອງພຣະເຈົ້າເຄື່ອນໄຫວຢູ່ເຫນືອຜິວນຳ້ນັ້ນ.

1
01/03.txt Normal file
View File

@ -0,0 +1 @@
\v 3 ພຣະເຈົ້າກ່າວວ່າ, "ຈົ່ງເກີດຄວາມສະຫວ່າງ," ແລະ ຄວາມສະຫວ່າງກໍເກີດຂຶ້ນ. \v 4 ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ. ພຣະອົງຊົງແຍກຄວາມສະຫວ່າງອອກຈາກຄວາມມືດ. \v 5 ພຣະເຈົ້າຊົງເອີ້ນຄວາມສະຫວ່າງ "ວັນ," ແລະ ຄວາມມືດນັ້ນພຣະອົງຊົງຮຽກວ່າ "ຄືນ." ນີ້ແມ່ນເວລາແລງ ແລະ ເວລາເຊົ້າເປັນວັນທີຫນຶ່ງ.

1
01/06.txt Normal file
View File

@ -0,0 +1 @@
\v 6 ພຣະເຈົ້າກ່າວວ່າ, "ຈົ່ງເກີດແຜ່ນຟ້າ, ໃນລະຫວ່າງນໍ້າ, ແລະ ໃຫ້ແຜ່ນດິນແຍກນຳ້ອອກຈາກກັນ." \v 7 ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນຄື ນ້ຳທີ່ຢູ່ລຸ່ມແຜ່ນຟ້າ ແຍກນ້ຳອອກຈາກນ້ຳທີ່ຢູ່ເທິງແຜ່ນຟ້າ ແລະ ກໍເປັນດັ່ງນັ້ນ. \v 8 ພຣະເຈົ້າຊົງຮຽກແຜ່ນຟ້ານັ້ນວ່າ "ທ້ອງຟ້າ." ມີເວລາຄໍ່າ, ແລະ ເວລາເຊົ້ານັ້ນເປັນມື້ທີສອງ.

1
01/09.txt Normal file
View File

@ -0,0 +1 @@
\v 9 ພຣະເຈົ້າຊົງກ່າວວ່າ, "ໃຫ້ນຳ້ທີ່ຢູ່ໃຕ້ຟ້າລວມຢູ່ໃນທີ່ດຽວກັນ, ແລະ ໃຫ້ພື້ນດິນແຫ້ງປາກົດຂຶ້ນ." ກໍເປັນຢ່າງນັ້ນ. \v 10 ພຣະເຈົ້າຊົງເອີ້ນພື້ນດິນແຫ້ງວ່າ, "ແຜ່ນດິນ," ແລະ ນຳ້ທີ່ລວມກັນນັ້ນພຣະອົງຊົງເອີ້ນວ່າ "ທະເລ." ພຣະອົງຊົງເຫັນວ່າດີ.

1
01/11.txt Normal file
View File

@ -0,0 +1 @@
\v 11 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ. \v 12 ແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ, ແລະ ຕົ້ນໄມ້ທັງຫລາຍທີ່ມີຜົນ, ທີ່ມີເມັດຢູ່ໃນຫມາກຕາມຊະນິດຂອງມັນ. ພຣະເຈົ້າຊົງເຫັນວ່າດີ. \v 13 ມີເວລາຄຳ່ ແລະ ມີເວລາເຊົ້າ, ເປັນມື້ທີສາມ.

1
01/14.txt Normal file
View File

@ -0,0 +1 @@
\v 14 ພຣະເຈົ້າກ່າວວ່າ, "ຈົ່ງມີດວງຈັນໃນທ້ອງຟ້າ ເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ພວກມັນເປັນສັນຍາລັກ, ສຳລັບລະດູຕ່າງໆ. ສຳລັບວັນຕ່າງໆ, ແລະປີທັງຫລາຍ. \v 15 ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ." ກໍເປັນຢ່າງນັ້ນ.

1
01/16.txt Normal file
View File

@ -0,0 +1 @@
\v 16 ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງຄື, ດວງຕາເວັນໃຫ້ຄອບຄອງກາງເວັນ, ແລະດວງຈັນໃຫ້ຄອບຄອງກາງຄືນ. ພຣະອົງຊົງສ້າງດວງດາວຕ່າງໆດ້ວຍ, \v 17 ພຣະເຈົ້າຊົງຕັ້ງມັນທັງຫລາຍໄວ້ໃນທ້ອງຟ້າເພື່ອສ່ອງສະຫວ່າງເຫນືອແຜ່ນດິນ, \v 18 ເພື່ອທີ່ຈະຄອບຄອງກາງເວັນແລະ ກາງຄືນ, ແລະ ເພື່ອທີ່ຈະແຍກຄວາມສະຫວ່າງອອກຈາກຄວາມມືດ. ພຣະເຈົ້າຊົງເຫັນວ່າດີ . \v 19 ມີເວລາຄຳ່ ແລະ ເວລາເຊົ້າ, ເປັນວັນທີສີ່.

1
01/20.txt Normal file
View File

@ -0,0 +1 @@
\v 20 ພຣະເຈົ້າກ່າວວ່າ, "ໃນນຳ້ຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ, ແລະ ໃຫ້ນົກທັງຫລາຍບິນເຫນືອແຜ່ນດິນໂລກໃນພາກພື້ນແຫ່ງທ້ອງຟ້າ." \v 21 ພຣະເຈົ້າຊົງສ້າງສັດທະເລຂະຫນາດໃຫຍ່, ຕາມຊະນິດຂອງພວກມັນເຊັ່ນດຽວກັນກັບສິ່ງມີຊີວິດທັງຫລາຍ, ສິ່ງມີຊີວິດທີ່ເຄື່ອນໄຫວ ແລະ ຢູ່ໃນນຳ້ທຸກແຫ່ງ, ແລະ ນົກທີ່ບິນທັງຫລາຍຕາມຊະນິດຂອງພວກມັນ. ພຣະເຈົ້າຊົງເຫັນວ່າດີ.

1
01/22.txt Normal file
View File

@ -0,0 +1 @@
\v 22 ພຣະເຈົ້າຊົງອວຍພອນພວກມັນ, ທັງຫລາຍກ່າວວ່າ, "ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ, ແລະ ໃຫ້ມີເຕັມໃນນຳ້ໃນທະເລ. ໃຫ້ນົກທັງຫລາຍທະວີຫລາຍຂຶ້ນເທິງແຜ່ນດິນ." \v 23 ມີເວລາຄຳ່ ແລະ ມີເວລາເຊົ້າ, ເປັນມື້ທີຫ້າ.

1
01/24.txt Normal file
View File

@ -0,0 +1 @@
\v 24 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ, ແຕ່ລະຢ່າງຕາມຊະນິດຂອງພວກມັນ, ຄືສັດລ້ຽງ, ສັດເລືອຄານ, ແລະ ສັດປ່າຂອງແຜ່ນດິນໂລກ, ແຕ່ລະຢ່າງຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ. \v 25 ພຣະເຈົ້າໄດ້ຊົງສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ, ແລະ ທຸກສິ່ງທີ່ເລືອຄານເທິງພື້ນດິນຕາມຊະນິດຂອງພວກມັນ. ພຣະອົງຊົງເຫັນວ່າດີ.

1
01/26.txt Normal file
View File

@ -0,0 +1 @@
\v 26 ພຣະເຈົ້າກ່າວວ່າ, "ໃຫ້ເຮົາສ້າງມະນຸດຕາມແບບຢ່າງຂອງເຮົາ, ຕາມລັກຊະນະຂອງເຮົາ. ໃຫ້ພວກເຂົາຄອບຄອງຝູງປາຂອງທະເລ, ຝູງນົກຂອງທ້ອງຟ້າ, ຝູງສັດລ້ຽງເຫນືອແຜ່ນດິນທັງຫມົດ, ແລະ ຄອບຄອງສັດເລືອຄານທຸກຊະນິດທີ່ເຄື່ອນໄຫວເທິງແຜ່ນດິນໂລກ." \v 27 ພຣະເຈົ້າຊົງສ້າງມະນຸດຕາມແບບຢ່າງຂອງພຣະອົງ. ຕາມແບບຢ່າງຂອງພຣະເຈົ້າ. ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ.

1
01/28.txt Normal file
View File

@ -0,0 +1 @@
\v 28 ພຣະເຈົ້າຊົງອວຍພອນພວກເຂົາ, ແລະກ່າວກັບພວກເຂົາວ່າ, "ຈົ່ງແຜ່ພັນ, ແລະຂະຫຍາຍຫລາຍຂຶ້ນຈົນເຕັມແຜ່ນດິນ, ຈົ່ງຄອບຄອງຝູງປາໃນທະເລ, ຄອບຄອງຝູງນົກໃນທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຢ່າງທີ່ເຄື່ອນໄຫວເທິງແຜ່ນດິນ." \v 29 ພຣະເຈົ້າກ່າວວ່າ, "ເບິ່ງແມ, ເຮົາໄດ້ໃຫ້ພືດທຸກຊະນິດທີ່ມີເມັດຢູ່ເທິງພື້ນຂອງແຜ່ນດິນທັງຫມົດ, ແລະ ຕົ້ນໄມ້ທຸກຕົ້ນທີ່ໃຫ້ຫມາກຊຶ່ງມີເມັດຢູ່ຂ້າງໃນໃຫ້ເປັນອາຫານຂອງພວກເຈົ້າ.

1
01/30.txt Normal file
View File

@ -0,0 +1 @@
\v 30 ພວກສັດທຸກຕົວຂອງແຜ່ນດິນ, ນົກທຸກຕົວຂອງທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຊະນິດທີ່ເລືອຄານເທິງແຜ່ນດິນ, ແລະ ທຸກສິ່ງຊຶ່ງຊົງສ້າງທີ່ມີລົມຫາຍໃຈ ເຮົາໃຫ້ພືດສີຂຽວທຸກຢ່າງເປັນອາຫານ." ກໍເປັນຢ່າງນັ້ນ. \v 31 ພຣະເຈົ້າຊົງເຫັນທຸກສິ່ງທີ່ພຣະອົງຊົງສ້າງ. ເບິ່ງແມ, ມັນດີຫລາຍ. ມີເວລາຄຳ່ ແລະ ເວລາເຊົ້າເປັນມື້ທີຫົກ.

1
02/01.txt Normal file
View File

@ -0,0 +1 @@
\v 1 ເມື່ອຟ້າ ແລະ ແຜ່ນດິນໂລກ ກັບສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ. \v 2 ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ, ແລະພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ຈາກກິດຈະການທັງຫມົດຂອງພຣະອົງ. \v 3 ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ, ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະ ຢຸດກິດຈະການທັງສິ້ນ.

1
02/04.txt Normal file
View File

@ -0,0 +1 @@
\v 4 ເຫລົ່ານີ້ຄືເຫດການກຽ່ວກັບຟ້າ ແລະແຜ່ນດິນ, ເມື່ອຖືກສ້າງຂຶ້ນ, ໃນວັນທີ່ພຣະຢາເວ ພຣະເຈົ້າຊົງສ້າງແຜ່ນດິນ ແລະ ຟ້າ. \v 5 ຍັງບໍ່ມີພຸ່ມໄມ້ຂອງທ້ອງທົ່ງເກີດຂຶ້ນເທິງແຜ່ນດິນເລີຍ, ແລະ ບໍ່ມີຕົ້ນໄມ້ຂອງທົ່ງນາເກີດຂຶ້ນ, ເພາະວ່າພຣະຢາເວ ພຣະເຈົ້າບໍ່ໄດ້ເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນ ແລະ ບໍ່ມີຄົນໄຖພວນດິນ. \v 6 ມີແຕ່ຫມອກຂຶ້ນມາຈາກແຜ່ນດິນ ແລະ ໃຫ້ຄວາມຊຸ່ມຊື່ນແກ່ຫນ້າດິນທັງຫມົດ.

1
02/07.txt Normal file
View File

@ -0,0 +1 @@
\v 7 ພຣະຢາເວພຣະເຈົ້າຊົງສ້າງມະນຸດຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ມະນຸດຈຶ່ງກາຍເປັນຜູ້ມີຊີວິດ. \v 8 ພຣະຢາເວພຣະເຈົ້າຊົງສ້າງສວນຂຶ້ນສວນຫນຶ່ງທາງທິດຕາເວັນອອກ, ໃນເອເດນ, ແລະພຣະອົງຊົງໃຫ້ມະນຸດທີ່ພຣະອົງຊົງສ້າງຢູ່ທີ່ນັ້ນ.

1
02/09.txt Normal file
View File

@ -0,0 +1 @@
\v 9 ຈາກພື້ນດິນພຣະຢາເວ ພຣະເຈົ້າຊົງເຮັດໃຫ້ຕົ້ນໄມ້ທຸກຕົ້ນເກີດຈາກພື້ນດິນເຕີບໂຕສວຍງາມຫນ້າເບິ່ງ ແລະ ດີທີ່ຈະເປັນອາຫານ. ນີ້ລວມເຖິງຕົ້ນໄມ້ແຫ່ງຊີວິດ, ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີແລະ ຊົ່ວຊຶ່ງຢູ່ກາງສວນນັ້ນ. \v 10 ມີແມ່ນຳ້ສາຍຫນຶ່ງໄຫລມາຈາກເອເດນ. ໄປຫົດສວນນັ້ນ, ຈາກທີ່ນັ້ນກໍແຍກອອກກາຍເປັນແມ່ນຳ້ສີ່ສາຍ.

1
02/11.txt Normal file
View File

@ -0,0 +1 @@
\v 11 ແມ່ນຳ້ສາຍທີຫນຶ່ງຊື່ປີໂຊນ. ມັນເປັນແມ່ນຳ້ທີ່ໄຫລຜ່ານແຜ່ນດິນທັງຫມົດຂອງຮາວີລາ, ທີ່ນັ້ນມີທອງຄຳ. \v 12 ທອງຄຳຂອງແຜ່ນດິນນັ້ນເປັນທອງຄຳທີ່ດີ. ມີຢາງໄມ້ຕະຄໍ້າ ແລະ ໂມຣາດ້ວຍ.

1
02/13.txt Normal file
View File

@ -0,0 +1 @@
\v 13 ແມ່ນຳ້ສາຍທີສອງຊື່ກີໂຮນ. ແມ່ນຳ້ສາຍນີ້ໄຫລຜ່ານແຜ່ນດິນທັງຫມົດຂອງກູເຊ. \v 14 ແມ່ນຳ້ສາຍທີສາມຊື່ວ່າຕິກຣິດ, ຊຶ່ງໄຫລໄປທາງຕາເວັນອອກຂອງອັດຊີເລຍ, ແມ່ນຳ້ສາຍທີສີ່ຄືເອີຟຣັດ.

1
02/15.txt Normal file
View File

@ -0,0 +1 @@
\v 15 ພຣະຢາເວ ພຣະເຈົ້າໄດ້ໃຫ້ມະນຸດຢູ່ໃນສວນແຫ່ງເອເດນເພື່ອຮັກສາ ແລະ ເບິ່ງແຍງສວນ . \v 16 ພຣະຢາເວ ພຣະເຈົ້າສັ່ງລາວວ່າ, "ເຈົ້າສາມາດກິນຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້. \v 17 ຍົກເວັ້ນຫມາກຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວເຈົ້າຢ່າໄດ້ກິນ, ເພາະວ່າໃນວັນທີ່ເຈົ້າຂືນກິນເຈົ້າຈະຕ້ອງຕາຍແນ່ນອນ."

1
02/18.txt Normal file
View File

@ -0,0 +1 @@
\v 18 ພຣະເຈົ້າໄດ້ກ່າວວ່າ, "ບໍ່ເປັນກາານດີທີ່ຜູ້ຊາຍຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ." \v 19 ພຣະຢາເວ ພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນຊົງສ້າງສັດທຸກຕົວຂອງທ້ອງທົ່ງ ແລະ ນົກທຸກຕົວຂອງທ້ອງຟ້າ.ຈາກນັ້ນພຣະອົງກໍໄດ້ນຳພວກມັນມາໃຫ້ມະນຸດເພື່ອເບິ່ງວ່າເຂົາຈະເອີ້ນພວກມັນວ່າຢ່າງໃດ. ບໍ່ວ່າຜູ້ຊາຍນັ້ນຈະເອີ້ນສິ່ງມີຊີວິດແຕ່ລະຊະນິດນັ້ນວ່າຢ່າງໃດ, ນັ້ນກໍ່ຄືຊື່ຂອງພວກສັດເຫລົ່ານັ້ນ. \v 20 ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດລຽ້ງ, ແລະ ນົກທັງຫລາຍຂອງທ້ອງຟ້າ ແລະພວກສັດປ່າຂອງທ້ອງທົ່ງ. ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ.

1
02/21.txt Normal file
View File

@ -0,0 +1 @@
\v 21 ພຣະຢາເວ ພຣະເຈົ້າໄດ້ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ, ດັ່ງນັ້ນຜູ້ຊາຍນັ້ນຈຶ່ງນອນຫລັບ. ພຣະຢາເວພຣະເຈົ້າໄດ້ເອົາກະດູກຂ້າງອັນຫນຶ່ງຂອງເຂົາອອກມາ ແລະ ຊົງເຮັດໃຫ້ເນື້ອຫນັງຊົງຕິດຈອດກັນດັ່ງເດີມ. \v 22 ດ້ວຍດູກຂ້າງທີ່ຫັກອອກມາຈາກຜູ້ຊາຍນັ້ນພຣະຢາເວ ພຣະເຈົ້າໄດ້ຊົງສ້າງຜູ້ຍິງ ແລະ ຊົງນຳນາງມາມອບໃຫ້ລາວ. \v 23 ຜູ້ຊາຍນັ້ນໄດ້ເວົ້າວ່າ, "ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ."

1
02/24.txt Normal file
View File

@ -0,0 +1 @@
\v 24 ດັ່ງນັ້ນຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ, ເຂົາຈະຮ່ວມເປັນຫນຶ່ງດຽວກັນກັບເມຍຂອງເຂົາ, ແລະ ພວກເຂົາຈະກາຍເປັນເນື້ອດຽວກັນ. \v 25 ຜູ້ຊາຍ ແລະ ເມຍຂອງເຂົາພວກເຂົາທັງສອງເປືອຍກາຍຢູ່ແຕ່ບໍ່ອາຍກັນ.

1
03/01.txt Normal file
View File

@ -0,0 +1 @@
\v 1 ສ່ວນງູນັ້ນເປັນສັດທີ່ສະຫລາດກ່ວາສັດອື່ນໆທີ່ພຣະຢາເວ ພຣະເຈົ້າໄດ້ຊົງສ້າງ. ມັນຖາມຜູ້ຍິງນັ້ນວ່າ, "ພຣະເຈົ້າເວົ້າແທ້ໆບໍວ່າ ບໍ່ໃຫ້ເຈົ້າກິນຫມາກໄມ້ໃດໆໄນສວນນີ້?" \v 2 ຜູ້ຍິງນັ້ນຕອບງູວ່າ, "ພວກເຮົາສາມາດກິນຫມາກໄມ້ຈາກຕົ້ນໄມ້ຫມາກທັງຫລາຍໃນສວນນີ້, \v 3 ແຕ່ຍົກເວັ້ນຫມາກຂອງຕົ້ນໄມ້ຊຶ່ງຢູ່ກາງສວນນັ້ນ, ພຣະເຈົ້າກ່າວໄວ້ວ່າ, 'ເຈົ້າຈົ່ງຢ່າໄດ້ກິນ ຫລືແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ.""

1
03/04.txt Normal file
View File

@ -0,0 +1 @@
\v 4 ງູເວົ້າກັບຜູ້ຍິງນັ້ນວ່າ,"ເຈົ້າຈະບໍ່ຕາຍດອກ. \v 5 ເພາະພຣະເຈົ້າຮູ້ວ່າໃນວັນທີ່ເຈົ້າກິນຫມາກໄມ້ນັ້ນດວງຕາຂອງເຈົ້າຈະຖືກເປີດອອກ ແລະເຈົ້າຈະເປັນເຫມືອນພຣະເຈົ້າ,ຄືຮູ້ເຖິງຄວາມດີ ແລະຄວາມຊົ່ວ." \v 6 ເມື່ອຜູ້ຍິງນັ້ນໄດ້ເຫັນວ່າຕົ້ນໄມ້ນັ້ນດີທີ່ຈະເປັນອາຫານ, ແລະມັນກໍຫນ້າເບິ່ງ, ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ, ນາງຈຶ່ງໄດ້ເກັບຫມາກຈຳນວນຫນຶ່ງຂອງຕົ້ນໄມ້ນັ້ນແລະກິນ.ຈາກນັ້ນນາງຈຶ່ງໃຫ້ຫມາກໄມ້ບາງສ່ວນແກ່ຜົວຂອງນາງຜູ້ທີ່ຢູ່ກັບລາວແລະເຂົາກໍກິນຫມາກໄມ້ນັ້ນດ້ວຍ.

1
03/07.txt Normal file
View File

@ -0,0 +1 @@
\v 7 ດວງຕາຂອງພວກເຂົາທັງສອງກໍຖືກເປີດອອກ ,ແລະພວກເຂົາກໍຮູ້ວ່າພວກເຂົາໄດ້ເປືອຍກາຍຢູ່.ພວກເຂົາໄດ້ຫຍິບໃບຫມາກເດື່ອເຂົ້າດ້ວຍກັນ ແລະເຮັດເປັນສິ່ງທີ່ໃຊ້ປົກຄຸມສຳລັບພວກເຂົາ. \v 8 ໃນຕອນຄຳ່ພວກເຂົາໄດ້ຍິນສຽງພຣະຢາເວ ພຣະເຈົ້າກຳລັງຍ່າງຢູ່ໃນສວນດັ່ງນັ້ນຜູ້ຊາຍແລະເມຍຂອງເຂົາໄດ້ໄປລີ້ຕົວໃຫ້ພົ້ນຈາກພຣະພັກພຣະຢາເວພຣະເຈົ້າຢູ່ທ່າມກາງຕົ້ນໄມ້ທັງຫລາຍໃນສວນ.

1
03/09.txt Normal file
View File

@ -0,0 +1 @@
\v 9 ພຣະເຈົ້າຢາເວພຣະເຈົ້າໄດ້ເອີ້ນຫາຜູ້ຊາຍນັ້ນແລະເວົ້າກັບເຂົາວ່າ," ເຈົ້າຢູ່ໃສ?" \v 10 ຜູ້ຊາຍຕອບວ່າ," ຂ້ານ້ອຍໄດ້ຍິນສຽງພຣະອົງໃນສວນ; ແລະ ຂ້ານ້ອຍຢ້ານ ເພາະຂ້ານ້ອຍປະເປືອຍຢູ່. ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ລີ້ຢູ່." \v 11 ພຣະອົງເຈົ້າເວົ້າວ່າ, " ໃຜບອກເຈົ້າວ່າເຈົ້າເປືອຍກາຍຢູ່? ເຈົ້າໄດ້ກິນຫມາກໄມ້ທີ່ເຮົາ ໄດ້ຫ້າມເຈົ້າບໍ່ໃຫ້ກິນແລ້ວບໍ?"

1
03/12.txt Normal file
View File

@ -0,0 +1 @@
\v 12 ຜູ້ຊາຍຕອບວ່າ, " ຜູ້ຍິງຜູ້ ທີ່ພຣະອົງໃຫ້ຢູ່ກັບຂ້ານ້ອຍນັ້ນ, ເປັນຜູ້ໃຫ້ຫມາກໄມ້ຈາກຕົ້ນນັ້ນໃຫ້ຂ້ານ້ອຍແລະ ຂ້ານ້ອຍ ກໍໄດ້ກິນມັນ." \v 13 ພຣະເຈົ້າຢາເວພຣະເຈົ້າ ເວົ້າກັບຜູ້ຍິງນັ້ນ ວ່າ, "ເຈົ້າໄດ້ເຮັດຫຍັງລົງໄປນີ້?" ຜູ້ຍິງນັ້ນຕອບວ່າ, "ງູໄດ້ລໍ້ລວງຂ້ານ້ອຍຂ້ານ້ອຍຈຶ່ງໄດ້ກິນ."

1
03/14.txt Normal file
View File

@ -0,0 +1 @@
\v 14 ພຣະເຈົ້າຢາເວພຣະເຈົ້າ, "ກ່າວ ແກ່ງູນັ້ນວ່າ, "ເພາະວ່າມຶງໄດ້ເຮັດສິ່ງນີ້, ມຶງຈຶ່ງຖືກ ສາບແຊ່ງ, ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍມຶງຈະເລືອດ້ວຍທ້ອງຂອງມຶງ, ແລະ ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນໄປ ຕະຫລອດຊີວິດຂອງມຶງ. \v 15 ເຮົາຈະໃຫ້ຄວາມກຽດຊັງກັນ, ລະຫວ່າງມຶງກັບຜູ້ຍິງ ແລະລະຫວ່າງເຊື້ອສາຍຂອງມຶງ ແລະ ເຊື້ອສາຍຂອງຍິງ. ເຂົາຈະເຮັດໃຫ້ຫົວຂອງມຶງແຕກຫມຸ່ນ, ແລະ ມຶງກໍຈະກັດສົ້ນຫນ່ອງເຂົາໃຫ້ບວບຊໍ້າ."

1
03/16.txt Normal file
View File

@ -0,0 +1 @@
\v 16 ພຣະອົງກ່າວກັບຍິງນັ້ນວ່າ, "ເຮົາຈະເພີ່ມຄວາມເຈັບປວດຢ່າງຫລວງຫລາຍໃຫ້ແກ່ເຈົ້າ, ໃນຂະນະທີ່ເຈົ້າຈະມີລູກ; ມັນເປັນຄວາມເຈັບປວດທີ່ເຈົ້າຈະອອກລູກທັງຫລາຍ. ຄວາມປາຖະຫນາຂອງເຈົ້າຈະເຮັດເພື່ອຜົວຂອງເຈົ້າ, ແຕ່ຜົວຂອງເຈົ້ານັ້ນຈະເປັນນາຍເຫນືອເຈົ້າ."

1
03/17.txt Normal file
View File

@ -0,0 +1 @@
\v 17 ພຣະອົງກ່າວກັບອາດາມວ່າ, "ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ; ແລະ ກິນຫມາກໄມ້ນັ້ນ, ແລະ ຕາມທີ່ເຮົາສັ່ງເຈົ້າວ່າ, 'ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ,' ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ. \v 18 ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມ ແລະພືດທີ່ມີຫນາມໃຫ້ເຈົ້າ, ແລະ ເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ. \v 19 ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ, ຂອງໃບຫນ້າຂອງເຈົ້າຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ."

1
03/20.txt Normal file
View File

@ -0,0 +1 @@
\v 20 ອາດາມໄດ້ເອີ້ນຊື່ ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງສິ່ງທີ່ມີຊີວິດທັງຫລາຍ. \v 21 ພຣະເຈົ້າຢາເວພຣະເຈົ້າໄດ້ເຮັດເສື້ອຜ້າດ້ວຍ ຫນັງສັດສຳລັບອາດາມ ແລະ ເມຍຂອງເຂົາ ແລະ ສວມໃຫ້ພວກເຂົາ.

1
03/22.txt Normal file
View File

@ -0,0 +1 @@
\v 22 ພຣະເຈົ້າຢາເວພຣະເຈົ້າກ່າວວ່າ, "ບັດນີ້ມະນຸດໄດ້ກາຍເປັນຄົນຫນຶ່ງເຫມືອນພວກເຮົາ, ໃນຄວາມຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ດັ່ງນັ້ນຕັ້ງແຕ່ນີ້ໄປເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາຢື້ມື, ໄປປິດເອົາຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ແລະ ກິນ ແລະ ມີຊີວິດຕະຫລອດໄປ." \v 23 ສະນັ້ນ ພຣະເຈົ້າຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນເອເດນ, ເພື່ອຂຸດດິນປູກຝັງເທິງພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. \v 24 ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ໄວ້ທາງທິດຕາເວັນອອກຂອງສວນແຫ່ງເອເດນ, ແລະ ດາບທີ່ລຸກເປັນແສງໄຟແກວ່ງໄປມາ, ຮອບທຸກທິດທາງເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.

1
04/01.txt Normal file
View File

@ -0,0 +1 @@
\v 1 ອາດາມໄດ້ສົມສູ່ກັບເມຍຂອງເຂົາ. ນາງກໍໄດ້ຖືພາ ແລະ ໃຫ້ກຳເນີດກາອິນ. ນາງກ່າວວ່າ, "ນາງເກີດລູກຊາຍຜູ້ຫນຶ່ງໂດຍການຊ່ວຍເຫລືອຂອງພຣະຢາເວ" \v 2 ແລ້ວຈາກນັ້ນນາງກໍໄດ້ລູກຊາຍອີກຊື່ວ່າອາເບັນ ນ້ອງຊາຍຂອງເຂົາ. ສ່ວນອາເບັນກາຍເປັນຄົນລ້ຽງແກະ, ແຕ່ກາອິນນັ້ນເປັນຄົນປູກພືດຜັກ.

1
04/03.txt Normal file
View File

@ -0,0 +1 @@
\v 3 ຢູ່ມາວັນຫນຶ່ງ ກາອິນໄດ້ນຳຜົນແຫ່ງພື້ນດິນມາຖວາຍພຣະເຈົ້າຢາເວ. \v 4 ສ່ວນອາເບັນນັ້ນ ລາວໄດ້ນຳເອົາລູກແກະຫົວປີຈາກຝູງແກະ ແລະໄຂມັນບາງສ່ວນມາຖວາຍ. ພຣະເຈົ້າຢາເວໄດ້ຍອມຮັບອາເບັນ ແລະ ຂອງຖວາຍຂອງເຂົາ, \v 5 ແຕ່ກາອິນ ແລະ ຂອງຖວາຍຂອງເຂົານັ້ນພຣະອົງບໍ່ຍອມຮັບ. ດັ່ງນັ້ນກາອິນຈຶ່ງຄຽດຫລາຍ, ແລະ ເຂົາເຮັດຫນ້າບູດບຶ້ງ.

1
04/06.txt Normal file
View File

@ -0,0 +1 @@
\v 6 ພຣະເຈົ້າຢາເວກາ່ວກັບກາອິນວ່າ, "ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ? \v 7 ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະບໍ່ໄດ້ຮັບການຍອມຮັບບໍ? ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ, ຄວາມບາບກຳລັງລໍຢູ່ທີ່ປະຕູ ແລະ ປາຖະຫນາທີ່ຈະຄວບຄຸມເຈົ້າ, ແຕ່ເຈົ້າຕ້ອງເອົາຊະນະມັນ."

1
04/08.txt Normal file
View File

@ -0,0 +1 @@
\v 8 ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນ. ໃນຂະນະທີ່ພວກເຂົາຢູ່ໃນທົ່ງນາ, ກາອິນໄດ້ລຸກຂຶ້ນທຳຮ້າຍອາເບັນ. ນ້ອງຊາຍຂອງຕົນ ແລະ ຂ້າລາວເສຍ. \v 9 ແລ້ວພຣະເຈົ້າຢາເວໄດ້ຊົງຖາມກາອິນວ່າ, "ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?" ລາວຈຶ່ງຕອບວ່າ, "ຂ້ານ້ອຍບໍ່ຮູ້. ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ?"

1
04/10.txt Normal file
View File

@ -0,0 +1 @@
\v 10 ແລ້ວພຣະຢາເວກໍໍຖາມວ່າ, "ເຈົ້າໄດ້ເຮັດ ຫຍັງໂຫດຮ້າຍເຊັ່ນນີ້? ເລືອດ ຂອງນ້ອງຊາຍ ເຈົ້າຈາກພື້ນດິນຟ້ອງເຖິງເຮົາ. \v 11 ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ, ຈາກມືຂອງເຈົ້າຕັ້ງແຕ່ນີ້ໄປ. \v 12 ເມື່ອເຈົ້າໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ, ເຈົ້າຈະເປັນຜູ້ທີ່ຫລົບຫນີແລະພະເນຈອນໄປເທິງແຜ່ນດິນ."

1
04/13.txt Normal file
View File

@ -0,0 +1 @@
\v 13 ກາອິນທູນກັບພຣະເຈົ້າຢາເວວ່າ, "ໂທດຂອງຂ້ານ້ອຍກໍໃຫຍ່ຫລວງຫນັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້. \v 14 ຄວາມຈິງແລ້ວ, ວັນນີ້ ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນນີ້ ແລະ ຂ້ານ້ອຍຈະຫລົບຊ້ອນຈາກພຣະພັກພຣະອົງ. ຂ້ານ້ອຍຈະເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປໃນແຜ່ນດິນ ແລະ ຜູ້ໃດກໍຕາມທີ່ພົບຂ້ານ້ອຍກໍຈະຂ້າ ຂ້ານ້ອຍເສຍ." \v 15 ພຣະເຈົ້າຢາເວໄດ້ກ່າວກັບເຂົາວ່າ, "ຖ້າຜູ້ໃດຂ້າກາອິນ, ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ, ເພື່ອເປັນການແກ້ແຄ້ນ." ຈາກນັ້ນພຣະເຈົ້າຢາເວໄດ້ເຮັດເຄື່ອງຫມາຍໄວ້ໃນຕົວກາອິນ, ເຫດນັ້ນຖ້າຜູ້ໃດພົບລາວຜູ້ນັ້ນຈະບໍ່ໄດ້ທຳຮ້າຍລາວ.

1
04/16.txt Normal file
View File

@ -0,0 +1 @@
\v 16 ດັ່ງນັ້ນກາອິນຈຶ່ງໄດ້ອອກໄປພົ້ນ ພຣະພັກພຣະເຈົ້າຢາເວ ແລະອາໄສຢູ່ໃນດິນແດນນົດ, ທາງທິດຕາເວັນອອກຂອງເອເດນ. \v 17 ກາອິນໄດ້ຫລັບນອນກັບເມຍຂອງລາວ ແລະ ນາງກໍຖືພານາງໄດ້ເກີດລູກຊາຍຊື່ວ່າເອນົກ. ລາວໄດ້ສ້າງເມືອງຫນຶ່ງຂຶ້ນ ແລະ ຕັ້ງຊື່ເມືອງນັ້ນຕາມຊື່ລູກຊາຍຂອງຕົນ ຄືເອນົກ.

1
04/18.txt Normal file
View File

@ -0,0 +1 @@
\v 18 ເອນົກມີລູກຊາຍຊື່ອີຣາດ. ອີຣາດ​ຜູ້ທີ່ເປັນພໍ່ຂອງເມຮູຢາເອນ, ເມຮູຢາເອນເປັນພໍ່ຂອງເມທູຊາເອນ. ເມທູຊາເອນເປັນພໍ່ຂອງລາເມັກ. \v 19 ລາເມັກມີເມຍສອງຄົນ: ຄົນຫນຶ່ງຊື່ອາດາ ອີກຄົນຫນຶ່ງຊື່ຊິນລາ.

1
04/20.txt Normal file
View File

@ -0,0 +1 @@
\v 20 ອາດາໃຫ້ກຳເນີດລູກຊາຍຊື່ຢາບານ. ເຂົາເປັນບັນພະບຸລຸດຂອງຄົນທັງຫລາຍທີ່ ອາໄສຢູ່ໃນຜ້າເຕັນຜູ້ຊຶ່ງເປັນຄົນລຽ້ງສັດ. \v 21 ນ້ອງຊາຍຂອງເຂົາຊື່ຢາບານ.ເຂົາເປັນບັນພະບຸລຸດ ຂອງຄົນເຫລົ່ານັ້ນຄື: ນັກດີດພິນເຂົາຂູ່ ແລະເປົ່າປີ່. \v 22 ສຳລັບຊິນລາ, ນາງກໍເກີດ ຕູບາກາອິນ.ຜູ້ເປັນຊ່າງຕີເຄື່ອງມືເປັນທອງສຳຣິດ ແລະເຫຼັກ. ນ້ອງສາວຂອງຕູບາກາອິນຊື່ວ່ານາອາມາ.

1
04/23.txt Normal file
View File

@ -0,0 +1 @@
\v 23 ລາເມັກໄດ້ເວົ້າກັບເມຍ ທັງສອງຂອງເຂົາວ່າ,"ອາດາ ແລະຊິນລາຈົ່ງຟັງສຽງຂອງເຮົາເຈົ້າຜູ້ເປັນເມຍຂອງລາເມັກ, ຈົ່ງຟັງໃນສິ່ງທີ່ເຮົາເລົ່າເພາະເຮົາໄດ້ຂ້າຜູ້ຊາຍຜູ້ຫນຶ່ງ ທີ່ເຮັດໃຫ້ ເຮົາບາດເຈັບຊາຍຫນຸ່ມຄົນຫນຶ່ງຜູ້ທີ່ເຮັດໃຫ້ເຮົາຊໍ້າບວມ. \v 24 ຖ້າຜູ້ໃດທີ່ເຮັດກັບກາອິນຈະຖືກແກ້ແຄ້ນເຈັດເທົ່າ, ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກກໍ ຈະຖືກແກ້ແຄ້ນຕອບແທນເຖິງເຈັດສິບເຈັດ ເທົ່າ."

1
04/25.txt Normal file
View File

@ -0,0 +1 @@
\v 25 ອາດາມໄດ້ຫລັບນອນກັບເມຍຂອງເຂົາແລະນາງໄດ້ເກີດລູກຊາຍອີກຜູ້ຫນຶ່ງ. ນາງເອີ້ນຊື່ເຂົາວ່າ ເຊດ, ແລະເວົ້າວ່າ"ພຣະເຈົ້າໄດ້ຊົງໃຫ້ ລູກຊາຍອີກຜູ້ຫນຶ່ງ,ໃຫ້ແກ່ຂ້ານ້ອຍແທນອາເບັນຜູ້ທີ່ກາອິນໄດ້ຂ້າ." \v 26 ເຊດມີລູກຊາຍ ແລະເຂົາໄດ້ເອີ້ນຊື່ວ່າເອໂນດ. ຕັ້ງແຕ່ນັ້ນ ມາຄົນທັງຫລາຍໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະເຈົ້າຢາເວ.

1
05/01.txt Normal file
View File

@ -0,0 +1 @@
\v 1 ນີ້ຄືບັນທຶກຂອງເຊື້ອສາຍຂອງອາດາມ.ໃນວັນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ. \v 2 ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ,ເມື່ອພວກເຂົາໄດ້ຖືກສ້າງພຣະອົງຊົງ ອວຍພອນພວກເຂົາແລະໄດ້ຊົງເອີ້ນພວກເຂົາວ່າມະນຸດ.

1
05/03.txt Normal file
View File

@ -0,0 +1 @@
\v 3 ອາຍຸໄດ້ 130 ປີ, ລາວມີລູກຊາຍຜູ້ຫນຶ່ງໃນລັກຊະນະຕາມຮູບແບບຂອງລາວ, ແລະ ຕັ້ງຊື່ເຂົາວ່າເຊດ. \v 4 ຫລັງຈາກອາດາມໄດ້ກາຍເປັນພໍ່ຂອງເຊດແລ້ວ, ເຂົາຍັງມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍຍິງອີກຫລາຍຄົນ. \v 5 ອາດາມມີ ອາຍຸໄດ້ 930 ປີ, ແລ້ວຈາກນັ້ນເຂົາກໍໄດ້ຕາຍໄປ.

1
05/06.txt Normal file
View File

@ -0,0 +1 @@
\v 6 ເມື່ອເຊດມີອາຍຸໄດ້ 105 ປີ, ລາວໄດ້ມີລູກຊາຍຊື່ເອໂນດ. \v 7 ຫລັງຈາກເຂົາໄດ້ໃຫ້ເອໂນດເກີດມາແລ້ວເຂົາໄດ້ມີອາຍຸຍືນຍາວມາ ອີກ 807 ປີ ແລະ ລາວໄດ້ມີລູກຊາຍ ແລະ ຍິງ ຫລາຍຄົນ. \v 8 ເຊດມີອາຍຸໄດ້ 912 ປີ, ແລະຈາກນັ້ນລາວກໍໄດ້ຕາຍໄປ.

1
05/09.txt Normal file
View File

@ -0,0 +1 @@
\v 9 ເມື່ອເອໂນດອາຍຸໄດ້ 90 ປີ, ລາວໄດ້ລູກຊາຍຜູ້ຫນຶ່ງຊື່ເກນານ. \v 10 ຫລັງຈາກເຂົາໄດ້ເກນານແລ້ວ, ເອໂນດໄດ້ມີອາຍຸຍືນຍາວມາອີກ 815 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຫລາຍຄົນ. \v 11 ເອໂນດມີອາຍຸໄດ້ 905 ປີ. ແລະ ຈາກນັ້ນລາວກໍຕາຍໄປ.

1
05/12.txt Normal file
View File

@ -0,0 +1 @@
\v 12 ເມື່ອເກນານມີອາຍຸ ໄດ້ 70 ປີ. ລາວໄດ້ລູກຊາຍຊື່ມະຫາລາເລນ. \v 13 ຫລັງຈາກເຂົາໄດ້ມະຫາລາເລນແລ້ວເກນານໄດ້ມີອາຍຸຍືນຍາວ ມາອີກ 840 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ. \v 14 ເກນານມີອາຍຸໄດ້ 910ປີ, ແລະຈາກນັ້ນລາວກໍຕາຍໄປ .

1
05/15.txt Normal file
View File

@ -0,0 +1 @@
\v 15 ເມື່ອມະຫາລາເລນອາຍຸ ໄດ້ 65 ປີ, ລາວໄດ້ລູກຊາຍຊື່ ຢາເຣັດ. \v 16 ຫລັງຈາກເຂົາໄດ້ຢາເຣັດແລ້ວ,ມະຫາລາເລນໄດ້ມີອາຍຸຍືນຍາວມາອີກ 830 ປີ.ເຂົາໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ. \v 17 ມະຫາລາເລນມີອາຍຸໄດ້ 895 ປີ, ແລະຈາກນັ້ນລາວກໍຕາຍໄປ.

1
05/18.txt Normal file
View File

@ -0,0 +1 @@
\v 18 ເມື່ອຢາເຣັດມີອາຍຸໄດ້ 162 ປີ, ລາວໄດ້ມີລູກຊາຍຊື່ເອນົກ. \v 19 ຫລັງຈາກລາວກາຍເປັນພໍ່ຂອງເອນົກແລ້ວ, ຢາເຣັດໄດ້ມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ. \v 20 ຢາເຣັດມີອາຍຸໄດ້ 962 ປີ, ແລະ ຈາກນັ້ນລາວກໍໄດ້ຕາຍໄປ.

1
05/21.txt Normal file
View File

@ -0,0 +1 @@
\v 21 ເອນົກ ອາຍຸໄດ້ 65 ປີ. ລາວໄດ້ມີລູກຊາຍຊື່ວ່າ ເມທູເສລາ. \v 22 ເອນົກດຳເນີນຊີວິດກັບພຣະເຈົ້າ 300 ປີ ຫລັງຈາກລາວໄດ້ເມທູເສລາແລ້ວລາວຍັງມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ. \v 23 ເອນົກມີອາຍຸໄດ້365 ປີ. \v 24 ເອນົກໄດ້ດຳເນີນຊີວິດຕິດສະຫນິດກັບພຣະເຈົ້າ, ແລະ ຈາກນັ້ນລາວກໍໄດ້ຈາກໄປ, ເພາະພຣະເຈົ້າໄດ້ຊົງຮັບເອົາລາວໄປ.

1
05/25.txt Normal file
View File

@ -0,0 +1 @@
\v 25 ເມື່ອເມທູເສລາອາຍຸໄດ້ 187 ປີ, ລາວໄດ້ມີລູກຊາຍຊື່ວ່າ ລາເມັກ. \v 26 ຫລັງຈາກລາວໄດ້ລູກຊາຍລາເມັກແລ້ວ, ເມທູເສລາມີອາຍຸຍືນຍາວມາອີກ 782 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ. \v 27 ເມທູເສລາມີອາຍຸໄດ້ 969 ປີ. ຫລັງຈາກນັ້ນລາວກໍໄດ້ຕາຍໄປ.

1
05/28.txt Normal file
View File

@ -0,0 +1 @@
\v 28 ເມື່ອລາເມັກມີອາຍຸໄດ້ 182 ປີ, ລາວໄດ້ມີລູກຊາຍຜູ້ຫນຶ່ງ \v 29 ແລະ ລາວໄດ້ຕັ້ງຊື່ຂອງເຂົາວ່າ ໂນອາ, ເພາະວ່າເດັກນ້ອຍຄົນນີ້ "ຈະເຮັດໃຫ້ພວກເຮົາພັກຈາກວຽກງານຂອງເຮົາ ແລະຈາກການທຳງານທີ່ລຳບາກຂອງມືຂອງເຮົາ, ຊຶ່ງເຮົາຕ້ອງເຮັດ, ເພາະແຜ່ນດິນທີ່ພຣະເຈົ້າຢາເວໄດ້ສາບແຊ່ງຫລັງຈາກລາວໄດ້ໃຫ້ໂນອາເກີດມາແລ້ວ."

1
05/30.txt Normal file
View File

@ -0,0 +1 @@
\v 30 ລາເມັກມີອາຍຸຍືນຍາວມາອີກ 595 ປີເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ. \v 31 ເມື່ອລາເມັກມີອາຍຸໄດ້ 777 ປີ.ຈາກນັ້ນລາວກໍໄດ້ຕາຍໄປ.

1
05/32.txt Normal file
View File

@ -0,0 +1 @@
\v 32 ຫລັງຈາກໂນອາມີອາຍຸໄດ້ 500 ປີລາວມີລູກຊາຍສາມຄົນຄື: ເຊມ, ຮາມ ແລະ ຢາເຟດ.

1
06/01.txt Normal file
View File

@ -0,0 +1 @@
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອ ມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນ ແລະ ໃຫ້ເກີດລູກສາວທັງຫລາຍແກ່ພວກເຂົາ, \v 2 ລູກຊາຍທັງຫລາຍຂອງພຣະເຈົ້າ ໄດ້ເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມຈັບໃຈ. ພວກເຂົາໄດ້ເລືອກ ແລະ ຮັບເອົາຍິງເຫລົ່ານັ້ນເປັນເມຍ. \v 3 ພຣະຢາເວກ່າວວ່າ, "ວິນຍານຂອງເຮົາຈະບໍ່ຢູ່ກັບມະນຸດຕະຫລອດໄປ, ເພາະພວກເຂົາເປັນເນື້ອຫນັງພວກເຂົາຈະມີອາຍຸພຽງ 120 ປີ."

1
06/04.txt Normal file
View File

@ -0,0 +1 @@
\v 4 ເກີດມີຄົນຮູບຮ່າງໃຫຍ່ທີ່ເທິງ ແຜ່ນດິນໂລກໃນເວລານັ້ນ, ແລະ ຫລັງຈາກນັ້ນດ້ວຍ. ນີ້ເກີດເມື່ອລູກຊາຍທັງຫລາຍຂອງພຣະເຈົ້າໄດ້ແຕ່ງງານກັບບັນດາລູກສາວຂອງມະນຸດ, ແລະ ພວກເຂົາມີລູກ. ຄົນເຫລົ່ານີ້ແມ່ນຜູ້ຊາຍທີ່ແຂງແຮງ, ເປັນຄົນທີ່ມີຊື່ສຽງດີໃນສະໄຫມບູຮານ.

1
06/05.txt Normal file
View File

@ -0,0 +1 @@
\v 5 ພຣະເຈົ້າຢາເວຊົງເຫັນວ່າຄວາມຊົ່ວຮ້າຍ ຂອງມະນຸດມີຫລາຍຍິ່ງຂຶ້ນ, ແລະຄວາມຄິດໃນຈິດໃຈທຸກຢ່າງຂອງພວກເຂົາກໍບັງຄັບໄປໃນສິ່ງຊົ່ວຮ້າຍຢູ່ທຸກເວລາ. \v 6 ພຣະເຈົ້າຢາເວຊົງເສຍໃຈຫລາຍທີ່ພຣະອົງໄດ້ຊົງສ້າງມະນຸດຂຶ້ນເທິງແຜ່ນດິນໂລກ, ແລະເຮັດໃຫ້ພຣະອົງກິນແຫນງໃຈຫລາຍ.

1
06/07.txt Normal file
View File

@ -0,0 +1 @@
\v 7 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະກວາດລ້າງມະນຸດຜູ້ທີ່ເຮົາໄດ້ສ້າງເສຍ ຈາກພື້ນແຜ່ນດິນໂລກ; ທັງມະນຸດກັບສັດໃຫຍ່, ແລະ ສິ່ງຕ່າງໆທີ່ເລືອຍຄານ ແລະ ນົກທັງຫລາຍຂອງທ້ອງຟ້າ, ເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາທັງຫລາຍ." \v 8 ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ.

1
06/09.txt Normal file
View File

@ -0,0 +1 @@
\v 9 ປະຫວັດເຫລົ່ານີ້ເປັນເຫດການກຽ່ວຂອ້ງກັບໂນອາ. ໂນອາເປັນຄົນຊອບທຳ, ແລະ ບໍ່ມີຕຳຫນິທ່າມກາງຄົນທັງຫລາຍໃນເວລາຂອງລາວນັ້ນ. ໂນອາໄດ້ດຳເນີນຊີວິດໃນຄວາມສາມັກຄີທຳ ຕິດສະຫນິດກັບພຣະເຈົ້າ. \v 10 ໂນອາມີລູກຊາຍສາມຄົນຄື: ເຊມ, ຣາມ, ແລະ ຢາເຟດ.

1
06/11.txt Normal file
View File

@ -0,0 +1 @@
\v 11 ແຜ່ນດິນຖືກເຮັດໃຫ້ເຊື່ອມຊາມລົງໃນສາຍຕາຂອງພຣະເຈົ້າ, ແລະ ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ. \v 12 ພຣະເຈົ້າ ເບິ່ງພື້ນແຜ່ນດິນໂລກ ແລະເຫັນວ່າຊົ່ວຮ້າຍລົງເພາະວ່າຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍເທິງແຜ່ນດິນ.

1
06/13.txt Normal file
View File

@ -0,0 +1 @@
\v 13 ພຣະເຈົ້າໄດ້ບອກກັບໂນອາວ່າ,"ເຮົາເຫັນວ່າເຖິງເວລາແລ້ວທີ່ຈະນຳຈຸດຈົບມາຍັງມະນຸດຊາດທັງຫມົດ, ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ,ຊົ່ວຊ້າຜ່ານພວກເຂົາ. ແທ້ຈິງແລ້ວເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນ. \v 14 ຈົ່ງສ້າງເຮືອເພື່ອຕົວເຈົ້າເອງຈາກໄມ້ສົນຈົ່ງສ້າງຫ້ອງຕ່າງໆພາຍໃນເຮືອແລະ ເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ ດີ. \v 15 ຕໍ່ໄປນີ້ຄືວິທີທີ່ເຈົ້າຈະສ້າງເຮືອ ຄວາມຍາວຂອງເຮືອໃຫ້ໄດ້ 133ແມັດ, ຄວາມກວ້າງຂອງເຮືອ 22ແມັດ,ແລະທາງສູງ 13 ແມັດ.

1
06/16.txt Normal file
View File

@ -0,0 +1 @@
\v 16 ຈົ່ງເຮັດຫລັງຄາສຳລັບເຮືອ,ຈົ່ງເຮັດປ່ອງຢ້ຽມຈຸຫລັງຄາສູງເຄິ່ງແມັດ ແລະຈົ່ງເຮັດປະຕູເທິງດ້ານນັ້ນຂອງເຮືອ. ແລະເຮັດຟ້າເປັນສາມຊັ້ນ ຄືຊັ້ນທີຫນຶ່ງ.ຊັ້ນທີສອງ ແລະຊັ້ນທີສາມ. \v 17 " ຈົ່ງຟັງ "ເຮົາຈະ ເຮັໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກເພື່ອທຳລາຍທຸກສິ່ງທີ່ມີຊີວິດຈາກພາຍໃຕ້ທ້ອງຟ້າ,ທຸກສິ່ງທີ່ຊຶ່ງຢູ່ເທິງແຜ່ນດິນໂລກຈະດັບສູນໄປ.

1
06/18.txt Normal file
View File

@ -0,0 +1 @@
\v 18 ແຕ່ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ກັບເຈົ້າ. ເຈົ້າຈົ່ງເຂົ້າມາໃນເຮືອນັ້ນເຈົ້າ ແລະບັນດາລູກຊາຍຂອງເຈົ້າ, ແລະເມຍຂອງເຈົ້າ ບັນດາພວກລູກໃພ້ທັງຫລາຍຂອງເຈົ້າ. \v 19 ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດແຫ່ງເນື້ອຫນັງທັງຫມົດ,ທຸກຊະນິດຢ່າງລະສອງໂຕທັງໂຕຜູ້ ແລະໂຕແມ່ເພື່ອໃຫ້ພວກມັນມີຊີວິດຢູ່ກັບເຈົ້ານົກ ທັງຫລາຍຕາມຊະນິດຂອງມັນ,ສັດໂຕໃຫຍ່ຕາມຊະນິດຂອງພວກມັນ ,ສິ່ງທີ່ເລືອຍຄານແຫ່ງແຜ່ນດິນຕາມຊະນິດຂອງມັນ,ສັດທຸກຊະນິດຈະມາຫາເຈົ້າເປັນຄູ່ໆເພື່ອພວກມັນຈະມີຊີວິດຢູ່.

1
06/20.txt Normal file
View File

@ -0,0 +1 @@
\v 20 ຈົ່ງຈັດຕຽມ ເອົາອາຫານທຸກຊະນິດຊະນິດເພື່ອທີ່ຈະກິນ. \v 21 ແລະເກັບເອົາໄວ້ ສຳລັບຄອບຄົວຂອງເຈົ້າດັ່ງນັ້ນມັນຈະເປັນອາຫານ ສຳລັບເຈົ້າແລະສັດາຫລົ່ານັ້ນ." \v 22 ດັ່ງນັ້ນໂນອາ ຈຶ່ງໄດ້ເຮັດສິ່ງນີ້ຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ ແລະລາວກໍໄດ້ເຮັດຕາມ.

1
07/01.txt Normal file
View File

@ -0,0 +1 @@
\v 1 ພຣະເຈົ້າຢາເວໄດ້ບອກໂນອາວ່າ, "ເຈົ້າ ແລະທຸກຄົນໃນຄົວເຮືອນຂອງເຈົ້າຈົ່ງເຂົ້າໄປໃນເຮືອ;ເພາະວ່າໃນຄົນລຸ້ນນີ້ເຮົາໄດ້ເຫັນແລ້ວວ່າເຈົ້າຜູ້ດຽວເທົ່ານັ້ນທີ່ ເປັນຄົນຊອບທຳຕໍ່ຫນ້າເຮົາ. \v 2 ເຈົ້າຈົ່ງນໍາສັດທີ່ບໍ່ເປັນມົນທິນ ທຸກຊະນິດໂຕຜູ້ເຈັດໂຕ,ໂຕແມ່ເຈັດໂຕ, ແຕ່ສັດທີ່ເປັນມົນທິນທຸກຊະນິດ,ຢ່າງລະສອງໂຕຄືໂຕຜູ້ຫນຶ່ງໂຕ ແລະຄູ່ຂອງມັນ. \v 3 ນົກທັງຫລາຍຂອງທ້ອງຟ້າ,ໃຫ້ນຳມາໂຕຜູ້ເຈັດໂຕ ແລະໂຕແມ່ເຈັດໂຕ, ເພື່ອຮັກສາພັນໄວ້ເທິງແຜ່ນດິນທັງຫມົດ.

1
07/04.txt Normal file
View File

@ -0,0 +1 @@
\v 4 ເພາະວ່າໃນອີກເຈັດວັນເຮົາຈະເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ. ເຮົາຈະທຳລາຍສິ່ງທີ່ມີຊີວິດທຸກຢ່າງທີ່ເຮົາໄດ້ສ້າງ ຈາກພື້ນແຜ່ນດິນ." \v 5 ຝ່າຍໂນອາກໍໄດ້ເຮັດຕາມທຸກສິ່ງທີ່ພຣະເຈົ້າຢາເວຊົງໄດ້ສັ່ງເຂົາໄວ້ .

1
07/06.txt Normal file
View File

@ -0,0 +1 @@
\v 6 ໂນອາມີອາຍຸໄດ້ 600 ປີ. ເມື່ອນຳ້ຖ້ວມແຜ່ນດິນ. \v 7 ໂນອາພ້ອມດ້ວຍລູກຊາຍ ທັງຫລາຍຂອງເຂົາ,ເມຍພ້ອມລູກໃພ້ທັງຫລາຍ ກໍພາກັນເຂົ້າໄປໃນເຮືອດ້ວຍກັນເພາະນໍ້າຖ້ວມນັ້ນ.

1
07/08.txt Normal file
View File

@ -0,0 +1 @@
\v 8 ສັດທັງຫລາຍທັງທີ່ເປັນມົນທິນແລະບໍ່ເປັນມົນທິນ,ນົກທັງຫລາຍ, ແລະສັດທຸກຊະນິດ ທີ່ເລືອຍຄານເທິງພື້ນດິນ. \v 9 ເປັນຄູ່ໆໂຕຜູ້ ແລະໂຕແມ່ໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອ ດັ່ງທີ່ພຣະເຈົ້າໄດ້ສັ່ງໂນອາ. \v 10 ກໍເປັນຢ່າງນັ້ນຫລັງຈາກເຈັດວັນຜ່ານໄປນໍ້າກໍໄດ້ຖ້ວມພື້ນແຜ່ນດິນໂລກ.

1
07/11.txt Normal file
View File

@ -0,0 +1 @@
\v 11 ໂນອາອາຍຸໄດ້ 600 ປີ,ໃນເດືອນທີສອງ,ໃນວັນທີສິບເຈັດຂອງເດືອນ.ໃນວັນນັ້ນເອງຕານຳ້ທັງຫລາຍຂອງບ່ອນເລິກຫລາຍໄດ້ພຸ່ງຂຶ້ນມາຢ່າງແຮງ ແລະຫນ້າຕ່າງທັງຫລາຍຂອງທ້ອງຟ້າກໍໄດ້ຖືກເປີດອອກ. \v 12 ຝົນໄດ້ເລີ່ມຕົກ ແລະຕົກລົງເທິງພື້ນແຜ່ນດິນໂລກເປັນເວລາສີ່ສິບວັນສີ່ສິບຄືນ.

1
07/13.txt Normal file
View File

@ -0,0 +1 @@
\v 13 ແລະລູກຊາຍທັງສາມຄົນຂອງເຂົາ: ເຊມ, ຮາມ ແລະຢາເຟດ, ແລະເມຍຂອງໂນອາ, ແລະເມຍທັງສາມຄົນຂອງລູກຊາຍຂອງເຂົາກັບພວກເຂົາທັງຫມົດໄດ້ເຂົ້າໄປໃນເຮືອນັ້ນ. \v 14 ພວກເຂົາໄດ້ເຂົ້າໄປພ້ອມກັບສັດປ່າຕາມຊະນິດຂອງມັນ, ແລະສັດບ້ານສັດໃຫຍ່ຕາມຊະນິດຂອງມັນ, ແລະບັນດາສິ່ງທີ່ເລືອຍຄານເທິງພື້ນດິນຕາມຊະນິດຂອງມັນ,ນົກພ້ອມສັດທີ່ມີປີກຕາມຊະນິດຂອງມັນ.

1
07/15.txt Normal file
View File

@ -0,0 +1 @@
\v 15 ສັດທັງຫລາຍທີ່ມີລົມປານແຫ່ງຊີວິດ ໄດ້ມາຫາໂນອາ ແລະ ເຂົ້າໄປຢູ່ໃນເຮືອເປັນຄູ່ໆ. \v 16 ສັດທຸກຊະນິດທັງຫມົດທີ່ເຂົ້າໄປເປັນໂຕຜູ້ ແລະໂຕແມ່, ພວກມັນເຂົ້າມາຕາມທີ່ ພຣະເຈົ້າໄດ້ສັ່ງແກ່ເຂົາແລ້ວ. ຈາກພຣະເຈົ້າຢາເວກໍໄດ້ອັດປະຕູເຮືອຫລັງຈາກທີ່ພວກເຂົາເຂົ້າໄປ.

1
07/17.txt Normal file
View File

@ -0,0 +1 @@
\v 17 ຈາກນັ້ນນໍ້າໄດ້ຖ້ວມແຜ່ນດິນເປັນເວລາ ສີ່ສິບວັນສີ່ສິບຄືນ, ແລະນໍ້າໄດ້ເພີ້ມຂຶ້ນເລື້ອຍໆແລະຍົກເຮືອຂອງໂນອາຟູຢູ່ເຫນືອແຜ່ນດິນ. \v 18 ນໍ້າໄດ້ຖ້ວມເຫນືອແຜ່ນດິນທັງຫມົດ, ແລະເຮືອຂອງໂນອາໄດ້ລອຍຢູ່ເທິງຫນ້ານໍ້າ.

1
07/19.txt Normal file
View File

@ -0,0 +1 @@
\v 19 ນໍ້າໄດ້ເພີ້ມຂຶ້ນເລື້ອຍໆດັ່ງນັ້ນພູເຂົາສູງທັງຫມົດຊຶ່ງຢູ່ໃຕ້ທ້ອງຟ້າກວ້າງຖືກນຳ້ຖ້ວມຫມົດ. \v 20 ນໍ້າໄດ້ເພີ້ມຂຶ້ນສູງອີກເຈັດແມັດ ຖ້ວມເຫນືອຍອດພູເຂົາທັງຫລາຍ.

1
07/21.txt Normal file
View File

@ -0,0 +1 @@
\v 21 ສິ່ງທີ່ມີຊີວິດທຸກສິ່ງທີ່ເຄື່ອນໄຫວເທິງພື້ນແຜ່ນດິນຕາຍທັງຫມົດຄື: ນົກທຸກຊະນິດ, ສັດທຸກຊະນິດທີ່ໃຊ້ງານ, ສັດປ່າທັງຫລາຍ, ທຸກສິ່ງທີ່ມີຊີວິດຈຳນວນຫລາຍທີ່ອາໃສຢູ່ເທິງແຜ່ນດິນ, ແລະມະນຸດທັງຫມົດ. \v 22 ທຸກສິ່ງທີ່ມີຊີວິດເທິງແຜ່ນດິນທີ່ຫາຍໃຈເອົາລົມປານແຫ່ງຊີວິດຜ່ານດັງຂອງພວກເຂົາໄດ້ຕາຍໄປ.

1
07/23.txt Normal file
View File

@ -0,0 +1 @@
\v 23 ດັ່ງນັ້ນທຸກສິ່ງທີ່ມີຊີວິດຢູ່ເທິງພື້ນຜີວຂອງແຜ່ນດິນຖືກກວາດລ້າງອອກໄປ,ນັບຕັ້ງແຕ່ມະນຸດໄປຈົນເຖິງ,ສັດທີ່ມີຂະຫນາດໃຫຍ່ກວ່າ,ສິ່ງທີ່ເລືອຍຄານ, ແລະນົກທັງຫລາຍຂອງທ້ອງຟ້າ. ພວກເຂົາທັງຫລາຍໄດ້ຖືກທຳລາຍໄປຈາກແຜ່ນດິນ,ເຫລືອພຽງແຕ່ຄອບຄົວຂອງໂນອາ ແລະສັດທີ່ຢູ່ກັບເຂົາໃນເຮືອເທົ່ານັ້ນ . \v 24 ນໍ້າ ບໍ່ໄດ້ລົດລົງຈາກແຜ່ນດິນເປັນເວລາ 150 ວັນ.

1
08/01.txt Normal file
View File

@ -0,0 +1 @@
\v 1 ພຣະເຈົ້າບໍ່ໄດ້ລືມໂນອາ, ພ້ອມທັງສັດປ່າທັງຫມົດ, ແລະສັດໃຊ້ງານທັງຫລາຍທີ່ຢູ່ກັບເຂົາໃນເຮືອນັ້ນ. ພຣະເຈົ້າໄດ້ເຮັດໃຫ້ມີລົມພັດມາເຫນືອແຜ່ນດິນ, ແລະນໍ້າກໍເລີ່ມບົກລົງ. \v 2 ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ, ແລະຝົນກໍເຊົາຕົກ. \v 3 ແລະນໍ້າກໍຄ່ອຍໆບົກລົງຈາກພື້ນດິນ, ແລະຫລັງຈາກຫນຶ່ງຮ້ອຍຫ້າສິບວັນ.ຜ່ານໄປນຳ້ໄດ້ລົດລົງ.

1
08/04.txt Normal file
View File

@ -0,0 +1 @@
\v 4 ເຮືອຂອງໂນອາໄດ້ຕິດຄ້າງຄາຢູ່ທີ່ເທິງ ຍອດເຂົາອາຣາຣັດ. ໃນເດືອນທີເຈັດໃນວັນທີສິບເຈັດຂອງເດືອນນັ້ນ. \v 5 ນໍ້າໄດ້ບົກລົງເລື້ອຍໆຈົນຮອດເດືອນທີສິບ.ໃນວັນທີຫນຶ່ງຂອງເດືອນນັ້ນແລ້ວຈອມພູເຂົາຕ່າງໆກໍໄດ້ປາກົດຂຶ້ນ.

1
08/06.txt Normal file
View File

@ -0,0 +1 @@
\v 6 ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກສີ່ສິບວັນທີ່ໂນອາໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້. \v 7 ເຂົາໄດ້ປ່ອຍກາໂຕຫນຶ່ງອອກໄປ ແລະມັນໄດ້ບິນກັບໄປກັບມາຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ.

1
08/08.txt Normal file
View File

@ -0,0 +1 @@
\v 8 ຈາກນັ້ນເຂົາໄດ້ສົ່ງນົກເຂົາໂຕຫນຶ່ງອອກໄປເພື່ອຈະເບິ່ງວ່ານຳ້ໄດ້ບົກລົງຈາກພື້ນຂອງແຜ່ນດິນຫລືຍັງ, \v 9 ແຕ່ນົກເຂົາບໍ່ມີບ່ອນຈັບ, ແລະມັນໄດ້ກັບມາຫາເຂົາທີ່ເຮືອເພາະນໍ້າຍັງຖ້ວມພື້ນແຜ່ນດິນທັງຫມົດຢູ່. ລາວໄດ້ຍື່ນມືຂອງລາວອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳຫມູ່.

1
08/10.txt Normal file
View File

@ -0,0 +1 @@
\v 10 ເຈັດວັນຕໍ່ມາ ແລະເພິ່ນໄດ້ປ່ອຍນົກເຂົາອອກໄປຈາກເຮືອອີກຄັ້ງຫນຶ່ງ. \v 11 ນົກເຂົາໄດ້ບິນກັບມາຫາລາວໃນຕອນແລງໃນປາກຂອງມັນມີໃບຫມາກກອກຂຽວສົດດ້ວຍ.ດັ່ງນັ້ນໂນອາຈຶ່ງຮູ້ໄດ້ວ່ານໍ້າໄດ້ບົກລົງຈາກແຜ່ນດິນແລ້ວ. \v 12 ລາວໄດ້ຖ້າອີກເຈັດວັນຕໍ່ມາ,ແລະໄດ້ປ່ອຍນົກເຂົານັ້ນອອກໄປອີກ, ແລະມັນບໍ່ໄດ້ກັບຄືນມາຫາລາວອີກ.

1
08/13.txt Normal file
View File

@ -0,0 +1 @@
\v 13 ຕໍ່ມາໃນປີທີ 601ປີ, ໃນ ເດືອນທີຫນຶ່ງ ໃນວັນທີຫນຶ່ງຂອງປີນັ້ນທີ່ນໍ້າໄດ້ບົກແຫ້ງໄປຈາກພື້ນດິນ,ໂນອາໄດ້ເປີດຫລັງຄາເຮືອອອກເບິ່ງອອກໄປຂ້າງນອກຈຶ່ງ. ເຫັນວ່າຫນ້າດິນແຫ້ງແລ້ວ. \v 14 ໃນເດືອນທີສອງ,ໃນວັນທີຊາວເຈັດຂອງເດືອນນັ້ນພື້ນແຜ່ນດິນກໍໄດ້ແຫ້ງຫມົດ.

1
08/15.txt Normal file
View File

@ -0,0 +1 @@
\v 15 ພຣະເຈົ້າກໍກ່າວແກ່ໂນອາວ່າ, \v 16 "ຈົ່ງອອກໄປຈາກເຮືອ, ເຈົ້າ,ແລະເມຍຂອງເຈົ້າ ພ້ອມດ້ວຍພວກລູກຊາຍ,ກັບພວກລູກໃພ້ ຂອງເຈົ້າ. \v 17 ຈົ່ງນຳທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດທີ່ຢູ່ກັບເຈົ້າອອກໄປກັບເຈົ້າຄື: ນົກທັງຫລາຍສັດຕ່າງໆ ແລະສັດເລືອຍຄານທຸກຊະນິດ,ທີ່ເລືອຍຄານເທິງແຜ່ນດິນ.ດັ່ງນັ້ນພວກມັນທັງຫລາຍຈະເຕີບໂຕເພີ້ມຈຳນວນຂຶ້ນ,ຂອງສິ່ງທີ່ມີຊີວິດຢ່າງຫລວງຫລາຍທົ່ວພື້ນແຜ່ນດິນ, ແຜ່ພັນແລະເພີ້ມຈຳນວນເທິງແຜ່ນດິນໂລກ."

1
08/18.txt Normal file
View File

@ -0,0 +1 @@
\v 18 ດັງນັ້ນໂນອາໄດ້ອອກໄປບັນດາລູກຊາຍຂອງລາວ,ເມຍຂອງລາວ, ແລະພວກລູກໃພ້ຂອງລາວອອກໄປພ້ອມກັບລາວ. \v 19 ທຸກສິ່ງທີ່ມີຊີວິດ,ທຸກສິ່ງທີ່ເລືອຍຄານ, ແລະນົກທຸກຊະນິດ,ທຸກສິ່ງທີ່ເຄື່ອນໄຫວເທິງແຜ່ນດິນຕາມພັນຂອງພວກມັນໄດ້ອອກຈາກເຮືອ .

1
08/20.txt Normal file
View File

@ -0,0 +1 @@
\v 20 ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວ. ລາວໄດ້ເອົາສັດ ແລະນົກບາງໂຕທີ່ບໍ່ເປັນມົນທິນ, ແລະເຜົາບູຊາເທິງແທ່ນບູຊານັ້ນ. \v 21 ພຣະເຈົ້າຢາເວຊົງໄດ້ຮັບກິ່ນທີ່ພໍໃຈ, ແລະພຣະເຈົ້າຢາເວກໍຊົງກ່າວວ່າ,"ເຮົາຈະບໍ່ສາບແຊ່ງແຜ່ນດິນອີກຈັກເທື່ອເຖິງແມ່ນວ່າມະນຸດມີຈິດໃຈໃຜ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ ຫລືຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດເຫມືອນດັ່ງທີ່ເຮົາໄດ້ເຄີຍເຮັດອີກຈັກເທື່ອ. \v 22 ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່ລະດູຫວ່ານກັບລະດູເກັບກ່ຽວ,ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະລະດູຫນາວ ກາງເວັນ ແລະ ກາງຄືນຈະຍັງຄົງມີເລື້ອຍໄປຕາມນັ້ນ."

1
09/01.txt Normal file
View File

@ -0,0 +1 @@
\v 1 ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລລູກຊາຍທັງຫລາຍຂອງລາວ,ແລະໄດ້ກ່າວກັບພວກເຂົາວ່າ,"ຈົ່ງມີລູກຫລານໃຫ້ມາກຫລາຍທະວີຂຶ້ນທົ່ວເທິງແຜ່ນດິນ. \v 2 ຄວາມຫວາດກວາເຈົ້າ, ແລະຄວາມເກງກວາເຈົ້າຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ,ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະເຫນືອປາທຸກຊະນິດແຫ່ງທ້ອງທະເລ ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ.

1
09/03.txt Normal file
View File

@ -0,0 +1 @@
\v 3 ສິ່ງທີ່ເຄື່ອນໄຫວທຸກສິ່ງທີ່ມີຊີວິດຢູ່ຈະເປັນອາຫານສຳລັບເຈົ້າ. ບັດນີ້ເຮົາໃຫ້ທຸກສິ່ງແກ່ພວກເຈົ້າເຫມືອນທີ່ເຮົາໄດ້ໃຫ້ພືດສີຂຽວແກ່ເຈົ້າ. \v 4 ແຕ່ເຈົ້າບໍ່ຕ້ອງກິນຊີ້ນທີ່ມີເລືອດ; ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ.

1
09/05.txt Normal file
View File

@ -0,0 +1 @@
\v 5 ແຕ່ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າເຮົາຈະເອີ້ນຄ່າຕອບແທນຈາກມືຂອງສັດທຸກໂຕ. ເຮົາຈະເອີ້ນຄ່າຕອບແທນຈາກມືຂອງມະນຸດໃດໆນັ້ນ,ຄືຈາກມືຂອງໃຜກໍຕາມຜູ້ຊຶ່ງຂ້າພີ່ນ້ອງຂອງເຂົາເຮົາຈະເອີ້ນຄືນເພາະຊີວິດຂອງຄົນໆນັ້ນ. \v 6 ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ,ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າ ທີ່ພຣະອົງໄດ້ຊົງສ້າງມະນຸດ. \v 7 ສຳລັບພວກເຈົ້າ,ຈົ່ງແຜ່ພັນ ແລະເພີ້ມຈຳນວນຂຶ້ນ, ແຜ່ອອກໄປທົ່ວແຜ່ນດິນແລະທະວີຫລາຍຂຶ້ນເທິງແຜ່ນດິນໂລກ."

1
09/08.txt Normal file
View File

@ -0,0 +1 @@
\v 8 ຈາກນັ້ນພຣະເຈົ້າໄດ້ເວົ້າກັບໂນອາ, ແລະກັບລູກຊາຍທັງຫລາຍຂອງລາວທີ່ຢູ່ກັບລາວວ່າ, \v 9 "ຈົ່ງຟັງສຳລັບເຮົາ, ເຮົາຈະຢືນຢັນພັນທະສັນຍາຂອງເຮົາກັບເຈົ້າແລະເຊື້ອສາຍຂອງເຈົ້າຫລັງຈາກເຈົ້າ. \v 10 ແລະທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ,ກັບນົກທັງຫລາຍສັດລຽ້ງ, ແລະສັບພະທຸກສິ່ງແຫ່ງແຜ່ນດິນທີ່ຢູ່ກັບເຈົ້າຈາກທັງຫມົດທີ່ອອກມາຈາກເຮືອເຖິງສັບພະສິ່ງທີ່ມີຊີວິດເທິງແຜ່ນດິນ.

1
09/11.txt Normal file
View File

@ -0,0 +1 @@
\v 11 ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າຄື: ເນື້ອຫນັງທັງຫມົດຈະບໍ່ຖືກທຳລາຍດ້ວຍນໍ້າຖ້ວມອີກ.ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ." \v 12 ພຣະເຈົ້າຊົງກ່າວວ່າ, "ນີ້ແມ່ນເຄື່ອງຫມາຍແຫ່ງພັນທະສັນຍາຊຶ່ງເຮົາໄດ້ເຮັດຂຶ້ນລະຫວ່າງເຮົາກັບເຈົ້າ ແລະທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ສຳລັບຄົນທຸກຊົ່ວອາຍຸ. \v 13 ເຮົາໄດ້ຕັ້ງຮຸ້ງກິນນໍ້າໄວ້ທີ່ເມກ, ແລະນີ້ຈະເປັນເຄື່ອງຫມາຍແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.

1
09/14.txt Normal file
View File

@ -0,0 +1 @@
\v 14 ຈະເປັນຢ່າງນັ້ນເມື່ອເຮົາໃຫ້ມີເມກ ເຫນືອແຜ່ນດິນ ແລະເຫັນຮຸ້ງກິນນຳ້ທີ່ເມກນັ້ນ, \v 15 ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາທີ່ ໄດ້ເຮັດລະຫວ່າງເຮົາກັບເຈົ້າ, ແລະທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງນຳ້ຈະບໍ່ຖ້ວມທຳລາຍເນື້ອຫນັງທັງຫມົດ.

1
09/16.txt Normal file
View File

@ -0,0 +1 @@
\v 16 ຮຸ້ງກິນນຳ້ຈະປາກົດຂຶ້ນໃນເມກ ແລະເຮົາຈະເຫັນ,ເພື່ອທີ່ຈະລະນຶກເຖິງພັນທະສັນຍານິລັນດອນລະຫວ່າງພຣະເຈົ້າ ແລະທຸກສິ່ງທີ່ມີ ຊີວິດຂອງເນື້ອຫນັງທັງຫມົດຊຶ່ງຢູ່ເທິງແຜ່ນດິນໂລກ." \v 17 ຈເກນັ້ນພຣະເຈົ້າຊົງກ່າວກັບໂນອາວ່າ,"ອັນນີ້ຄືເຄື່ອງຫມາຍຂອງພັນທະສັນຍາຊຶ່ງເຮົາໄດ້ຢືນຢັນໄວ້ແລ້ວ ລະຫວ່າງເຮົາກັບສິ່ງທີ່ມີຊີວິທັງຫມົດທີ່ຢູ່ເທິງແຜ່ນດິນ."

1
09/18.txt Normal file
View File

@ -0,0 +1 @@
\v 18 ລູກຊາຍຂອງໂນອາທີ່ອອກມາຈາກເຮືອຄື: ເຊມ, ຮາມ ແລະ ຢາເຟດ. ຮາມເປັນພໍ່ຂອງການາອານ. \v 19 ທັງສາມຄົນນີ້ເປັນລູກຂອງໂນອາ ແລະດ້ວຍພວກເຂົາເຫລົ່ານີ້ເຮັດໃຫ້ພື້ນແຜ່ນດິນທັງຫມົດເຕັມໄປດ້ວຍປະຊາຊາດ .

1
09/20.txt Normal file
View File

@ -0,0 +1 @@
\v 20 ໂນອາໄດ້ເລີ່ມເປັນຊາວສວນລາວເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ. \v 21 ລາວໄດ້ດື່ມນໍ້າອະງຸ່ນຫລາຍ ແລະເມົາ.ລາວໄດ້ນອນເປືອຍກາຍຢູ່ໃນຜ້າເຕັນຂອງລາວ.

1
09/22.txt Normal file
View File

@ -0,0 +1 @@
\v 22 ຈາກນັ້ນ,ຮາມພໍ່ຂອງການາອານໄດ້ມາເຫັນການເປືອຍກາຍຂອງພໍ່ລາວຈຶ່ງຟ້າວໄປບອກພີ່ນ້ອງຂອງເຂົາທີ່ຢູ່ຂ້າງນອກ. \v 23 ດັ່ງນັ້ນເຊມ ແລະຢາເຟດຈຶ່ງໄດ້ເອົາເສື້ອຄຸມຍາວ ແລະພາດໃສ່ບ່າຂອງພວກເຂົາທັງສອງ. ພວກເຂົາຍ່າງຖອຍຫລັງເຂົ້າໄປແລ້ວປົກປົດການເປືອຍກາຍຂອງພໍ່ຂອງພວກເຂົາ. ພວກເຂົາໄດ້ປິ່ນຫນ້າໄປທາງອື່ນ,ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ເຫັນການເປືອຍກາຍຂອງພໍ່ພວກເຂົາ.

1
09/24.txt Normal file
View File

@ -0,0 +1 @@
\v 24 ເມື່ອໂນອາໄດ້ຕື່ນຂຶ້ນຈາກການເມົາຂອງລາວ,ລາວກໍຮູ້ເຖິງສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ \v 25 ດັ່ງນັ້ນເຂົາຈຶ່ງຮ້ອງຂຶ້ນວ່າ,"ການາອານຈົ່ງຖືກສາບແຊ່ງ.ໃຫ້ເຂົາເປັນຄົນຮັບໃຊ້ຂອງຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງມັນ."

1
09/26.txt Normal file
View File

@ -0,0 +1 @@
\v 26 ເຂົາຍັງເວົ້າດ້ວຍອີກວ່າ,"ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງເຊມ,ໄດ້ຮັບການສັນລະເສີນ ແລະໃຫ້ການາອານເປັນຄົນຮັບໃຊ້ຂອງເຂົົາ. \v 27 ຂໍໃຫ້ພຣະເຈົ້າເພີ້ມອານາເຂດຂອງຢາເຟດ,ແລະໃຫ້ເຂົາສ້າງບ້ານໃນເຕັນທັງຫລາຍຂອງເຊມ.ໃຫ້ການາອານຈະເປັນທາດຮັບໃຊ້ຂອງເຂົາ."

1
09/28.txt Normal file
View File

@ -0,0 +1 @@
\v 28 ຫລັງຈາກນໍ້າຖ້ວມ, ໂນອາກໍມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ. \v 29 ລວມໂນອາມີອາຍຸເພິ່ນໄດ້ເກົ້າຮ້ອຍຫ້າສິບປີ, ແລະຈາກນັ້ນລາວກໍຕາຍໄປ.

1
10/01.txt Normal file
View File

@ -0,0 +1 @@
\v 1 ເຫລົ່ານີ້ຄືເຊື້ອສາຍ ຂອງພວກລູກຊາຍທັງຫລາຍຂອງໂນອາ,ຄື: ເຊມ, ຮາມ ແລະ ຢາເຟດ.ພວກເຂົາໄດ້ໃຫ້ກຳເນີດລູກຊາຍທັງຫລາຍ ຫລັງຈາກນໍ້າໄດ້ຖ້ວມ.

Some files were not shown because too many files have changed in this diff Show More