Sat Oct 19 2019 17:10:18 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-19 17:10:23 +07:00
parent cff9b9f8f2
commit 8b550298b3
12 changed files with 14 additions and 0 deletions

1
45/27.txt Normal file
View File

@ -0,0 +1 @@
\v 27 \v 28 27ແຕ່ເມື່ອພວກເຂົາໄດ້ເລົ່າຄຳເວົ້າຂອງໂຢເຊັບທຸກໆຄຳສູ່ເພິ່ນຟັງ ພ້ອມ​ທັງ​ເຫັນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ໄປ​ປະເທດ​ເອຢິບ ເພິ່ນ​ກໍ​ຕື່ນເຕັ້ນ​ດີໃຈ​ຫລາຍ. 28ເພິ່ນເວົ້າວ່າ, “ພໍ​ແລ້ວ​ບັດນີ້! ໂຢເຊັບ​ລູກຊາຍ​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ຂ້ອຍ​ຕ້ອງ​ໄປ​ພົບ​ລາວ​ກ່ອນ​ທີ່​ຂ້ອຍ​ຈະ​ຕາຍ.”

3
46/01.txt Normal file
View File

@ -0,0 +1,3 @@
\c 46 \v 1 \v 2 \v 3 \v 4 1ຢາໂຄບໄດ້ມ້ຽນມັດເອົາສິ່ງຂອງທັງໝົດທີ່ຕົນມີຢູ່ ແລະ​ໄປ​ເມືອງ​ເບເອນເຊບາ ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງຕົນ. 2ໃນຄືນນັ້ນ ພຣະເຈົ້າ​ໄດ້​ກ່າວ​ກັບ​ຢາໂຄບ​ທາງ​ຄວາມຝັນ​ວ່າ, “ຢາໂຄບ ຢາໂຄບ​ເອີຍ.”
ເພິ່ນ​ຂານ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”
3ພຣະອົງກ່າວວ່າ, “ເຮົາ​ຄື​ພຣະເຈົ້າ ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ໄປ​ປະເທດ​ເອຢິບ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຂຶ້ນ​ເປັນ​ຊົນຊາດ​ໃຫຍ່​ຢູ່​ໃນ​ທີ່ນັ້ນ. 4ເຮົາຈະໄປປະເທດເອຢິບກັບເຈົ້າ ແລະ​ເຮົາ​ຈະ​ນຳ​ເອົາ​ເຊື້ອສາຍ​ຂອງ​ເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ. ໂຢເຊັບ​ຈະ​ຢູ່​ນຳ​ເຈົ້າ​ເມື່ອ​ເວລາ​ເຈົ້າ​ຕາຍ.”

1
46/05.txt Normal file
View File

@ -0,0 +1 @@
\v 5 \v 6 \v 7 5ແລ້ວຢາໂຄບກໍອອກໄປຈາກເມືອງເບເອນເຊບາ. ພວກ​ລູກຊາຍ​ໄດ້​ເອົາ​ພໍ່​ຂອງ​ພວກ​ຕົນ, ພວກ​ເດັກນ້ອຍ ແລະ​ເມຍ​ຂອງ​ພວກເຂົາ ຂຶ້ນ​ຂີ່​ກວຽນ​ທີ່​ກະສັດ​ເອຢິບ​ໄດ້​ສົ່ງ​ມາ​ຮັບ. 6ພວກເຂົາເອົາຝູງສັດກັບຊັບສົມບັດທັງໝົດທີ່ມີໃນການາອານ ອອກ​ເດີນທາງ​ໄປ​ສູ່​ປະເທດ​ເອຢິບ. 7ຢາໂຄບໄດ້ນຳເອົາເຊື້ອສາຍທັງໝົດຂອງຕົນໄປນຳດັ່ງນີ້: ບັນດາ​ລູກຊາຍ​ຂອງ​ເພິ່ນ, ບັນດາ​ຫລານຊາຍ​ຂອງ​ເພິ່ນ, ບັນດາ​ລູກສາວ​ຂອງ​ເພິ່ນ ແລະ​ບັນດາ​ຫລານສາວ​ຂອງ​ເພິ່ນ.

1
46/08.txt Normal file
View File

@ -0,0 +1 @@
\v 8 \v 9 \v 10 \v 11 8ເຊື້ອສາຍຂອງຢາໂຄບທີ່ໄປປະເທດເອຢິບກັບເພິ່ນມີຣູເບັນລູກຊາຍກົກຂອງເພິ່ນ 9ແລະພວກລູກຊາຍຂອງຣູເບັນດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ. 10ຊີເມໂອນແລະພວກລູກຊາຍຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ​ລູກ​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ​ຊື່​ວ່າ ຊາອູນ. 11ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະ​ເມຣາຣີ. 1

1
46/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 \v 15 12ຢູດາແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະ​ເຊຣາ. (ສ່ວນ​ເອຣະ​ກັບ​ໂອນານ ລູກຊາຍ​ສອງ​ຄົນ​ຂອງ​ຢູດາ​ນັ້ນ ຕາຍ​ທີ່​ການາອານ) ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເປເຣັດ​ຊື່​ວ່າ ເຮຊະໂຣນ ແລະ​ຮາມູນ. 13ອິດຊາຄາກັບພວກລູກຊາຍຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະ​ຊີມໂຣນ. 14ເຊບູໂລນກັບພວກລູກຊາຍຂອງຕົນ: ເສເຣັດ, ເອໂລນ ແລະ​ຢາເລເອນ. 15ຄົນເຫຼົ່ານັ້ນແມ່ນລູກຊາຍຂອງນາງເລອາ ທີ່​ໄດ້​ເກີດ​ໃຫ້​ຢາໂຄບ​ໃນ​ເມໂຊໂປຕາເມຍ ລວມທັງ​ນາງ​ດີນາ​ລູກສາວ​ຂອງຕົນ​ດ້ວຍ. ເມື່ອ​ນັບ​ລວມ​ທັງໝົດ​ແລ້ວ ເຊື້ອສາຍ​ທີ່​ສືບ​ມາ​ຈາກ​ນາງ​ເລອາ ມີ​ຢູ່ 33 ຄົນ.

1
46/16.txt Normal file
View File

@ -0,0 +1 @@
\v 16 \v 17 \v 18 16ກາດແລະບັນດາລູກຊາຍຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ ແລະ​ອາເຣລີ. 17ອາເຊແລະພວກລູກຊາຍຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະ​ນາງ​ເສຣາ​ລູກສາວ​ຂອງ​ລາວ ພ້ອມ​ທັງ​ລູກຊາຍ​ຂອງ​ເບຣິຢາ: ເຮເບ​ແລະ​ມັນກີເອນ. 18ພວກ 16 ຄົນ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ເລອາ ລູກສາວ​ຂອງຕົນ.

1
46/19.txt Normal file
View File

@ -0,0 +1 @@
\v 19 \v 20 \v 21 \v 22 19ສ່ວນຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ແລະ​ເບັນຢາມິນ. 20ຢູ່ໃນປະເທດເອຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂຣຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ. 21ລູກຊາຍຂອງເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະ​ອາກເດ. 22ພວກສິບສີ່ຄົນນີ້ເປັນເຊື້ອສາຍຂອງຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ.

1
46/23.txt Normal file
View File

@ -0,0 +1 @@
\v 23 \v 24 \v 25 23ດານແລະລູກຊາຍຂອງຕົນຊື່ວ່າ ຮູຊິມ. 24ເນັບທາລີແລະລູກຊາຍຂອງຕົນ ມີ​ດັ່ງນີ້: ຢາເຊເອນ, ກູນີ, ເຢເຊ ແລະ​ຊິນເລັມ. 25ພວກເຈັດຄົນນີ້ເປັນເຊື້ອສາຍຂອງຢາໂຄບທີ່ສືບມາຈາກນາງບິນຮາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ຣາເຊັນ​ລູກສາວ​ຂອງຕົນ.

1
46/26.txt Normal file
View File

@ -0,0 +1 @@
\v 26 \v 27 26ຈຳນວນເຊື້ອສາຍແທ້ໆທັງໝົດຂອງຢາໂຄບທີ່ໄປຢູ່ໃນປະເທດເອຢິບມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ. 27ໂຢເຊັບມີລູກຊາຍທີ່ເກີດຢູ່ໃນປະເທດເອຢິບສອງຄົນ. ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງໝົດ ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ແລ້ວ​ມີ 70 ຄົນ

1
46/28.txt Normal file
View File

@ -0,0 +1 @@
\v 28 \v 29 \v 30 28ຢາໂຄບໄດ້ສົ່ງຢູດາໄປບອກໂຢເຊັບລ່ວງໜ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ 29ໂຢເຊັບຈຶ່ງຂີ່ລົດມ້າອອກໄປພົບພໍ່ຂອງຕົນທີ່ເຂດໂກເຊັນທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ. 30ຢາໂຄບເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ ເມື່ອ​ໄດ້​ເຫັນ​ໜ້າ​ລູກ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່.”

1
46/31.txt Normal file
View File

@ -0,0 +1 @@
\v 31 \v 32 31ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍ ຕະຫລອດ​ທັງ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຕົນ​ວ່າ, “ຂ້ອຍ​ຕ້ອງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ວ່າ ພວກ​ອ້າຍ​ນ້ອງ​ກັບ​ຄອບຄົວ​ທັງໝົດ​ຂອງ​ພໍ່​ຂ້ອຍ ທີ່​ໄດ້​ອາໄສ​ຢູ່​ໃນ​ການາອານ​ນັ້ນ​ມາ​ຮອດ​ແລ້ວ. 32ຂ້ອຍຈະບອກເພິ່ນວ່າ ພວກເຈົ້າ​ເປັນ​ຄົນລ້ຽງແກະ​ແລະ​ລ້ຽງ​ງົວ ແລະ​ພວກເຈົ້າ​ໄດ້​ເອົາ​ຝູງແກະ​ກັບ​ຝູງງົວ​ພ້ອມ​ທຸກສິ່ງ​ທີ່​ມີ​ນັ້ນ​ມາ​ນຳ.

1
46/33.txt Normal file
View File

@ -0,0 +1 @@
\v 33 \v 34 33ເມື່ອກະສັດເອີ້ນພວກເຈົ້າໄປຖາມເຖິງວິຊາອາຊີບຂອງພວກເຈົ້າ 34ໃຫ້ພວກເຈົ້າຕອບວ່າ, ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເໝືອນ​ດັ່ງ​ບັນ​ພະບຸລຸດ​ຂອງ​ພວກເຮົາ. ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້.” ໂຢເຊັບ​ແນະນຳ​ເຊັ່ນນີ້ ເພາະ​ຊາວ​ເອຢິບ​ບໍ່​ມັກ​ພວກ​ລ້ຽງແກະ.