Mon Oct 14 2019 19:29:29 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-14 19:29:30 +07:00
parent 0008fd14a4
commit 810f065d13
9 changed files with 9 additions and 0 deletions

1
33/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ແຕ່ເອຊາວຕອບວ່າ, “ນ້ອງ​ເອີຍ ອ້າຍ​ມີ​ພໍ​ແລ້ວ ເອົາ​ໄວ້​ເພື່ອ​ເຈົ້າ​ເອງ​ສາ.” 10ຢາໂຄບເວົ້າວ່າ, “ບໍ່ແມ່ນ​ຢ່າງ​ນັ້ນ ຖ້າ​ອ້າຍ​ກະລຸນາ​ນ້ອງ​ແລ້ວ ຈົ່ງ​ຮັບ​ເອົາ​ຂອງຕ້ອນ​ນີ້​ເຖີດ. ເຫັນ​ໜ້າ​ອ້າຍ​ກໍ​ເທົ່າ​ກັບ​ໄດ້​ເຫັນ​ໜ້າ​ພຣະເຈົ້າ ດຽວ​ນີ້​ອ້າຍ​ດີ​ຕໍ່​ນ້ອງ​ແທ້ໆ. 11ຈົ່ງຮັບເອົາຂອງຕ້ອນທີ່ນ້ອງນຳມາມອບໃຫ້ອ້າຍນີ້ສາ ພຣະເຈົ້າ​ໄດ້​ໂຜດ​ກະລຸນາ​ນ້ອງ​ໂດຍ​ໃຫ້​ທຸກສິ່ງ​ທີ່​ນ້ອງ​ຕ້ອງການ.” ຢາໂຄບ​ວິງວອນ​ຂໍ​ຢ່າງ​ອ່ອນນ້ອມ​ຈົນ​ອ້າຍ​ຍອມ​ຮັບ​ເອົາ.

1
33/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12ເອຊາວເວົ້າວ່າ, “ເຮົາ​ພາກັນ​ອອກ​ເດີນທາງ​ເທາະ ອ້າຍ​ຈະ​ນຳ​ໜ້າ​ນ້ອງ​ໄປ.” 13ຢາໂຄບຕອບວ່າ, “ອ້າຍ​ເອີຍ ອ້າຍ​ກໍ​ເຫັນ​ແລ້ວ​ວ່າ​ພວກ​ເດັກນ້ອຍ​ຍັງ​ອ່ອນແຮງ​ຫລາຍ ແລະ​ນ້ອງ​ຍັງ​ເປັນຫ່ວງ​ນຳ​ຝູງສັດ ແລະ​ລູກ​ນ້ອຍ​ຂອງ​ມັນ​ທີ່​ຍັງ​ກິນ​ນົມ​ຢູ່. ຖ້າ​ພວກເຮົາ​ຮີບເຮັ່ງ​ໄລ່​ມັນ​ໄປ​ໃນ​ມື້​ດຽວ​ໂລດ ສັດ​ເຫຼົ່ານີ້​ກໍ​ຈະ​ຕາຍ​ໝົດ. 14ອ້າຍຈົ່ງໄປກ່ອນສາເຖີດ ນ້ອງ​ກັບ​ເດັກນ້ອຍ​ພ້ອມ​ດ້ວຍ​ຝູງສັດ​ຈະ​ຕິດຕາມ​ໄປ​ນຳຫລັງ​ຊ້າໆ, ແຕ່​ກໍ​ຈະ​ພະຍາຍາມ​ໄປ​ໄວ​ເທົ່າທີ່ຈະ​ໄວ​ໄດ້​ຈົນ​ຮອດ​ເມືອງ​ເອໂດມ.”

1
33/15.txt Normal file
View File

@ -0,0 +1 @@
\v 15 \v 16 \v 17 15ເອຊາວເວົ້າວ່າ, “ຖ້າດັ່ງນັ້ນ ອ້າຍ​ຈະ​ປະ​ຄົນ​ຂອງ​ອ້າຍ​ບາງຄົນ​ໄວ້​ກັບ​ນ້ອງ.” ແຕ່​ຢາໂຄບ​ຕອບ​ວ່າ, “ນ້ອງ​ເຫັນວ່າ​ບໍ່ມີ​ຄວາມ​ຈຳເປັນ​ດອກ ເພາະ​ນ້ອງ​ຕ້ອງການ​ຄວາມ​ກະລຸນາ​ຈາກ​ອ້າຍ​ຫລາຍກວ່າ.” 16ສະນັ້ນ ເອຊາວ​ຈຶ່ງ​ກັບຄືນ​ເມືອ​ດິນແດນ​ເອໂດມ​ໃນ​ວັນ​ນັ້ນ​ເອງ. 17ສ່ວນຢາໂຄບນັ້ນ ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຊຸກໂກດ ແລະ​ສ້າງ​ເຮືອນ​ຫລັງ​ໜຶ່ງ​ສຳລັບ​ຄອບຄົວ​ຂອງຕົນ ແລະ​ສ້າງ​ຄອກ​ສຳລັບ​ຝູງສັດ. ດ້ວຍເຫດນີ້​ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຊຸກໂກດ.

1
33/18.txt Normal file
View File

@ -0,0 +1 @@
\v 18 \v 19 \v 20 18ເມື່ອຄາວກັບມາແຕ່ເມໂຊໂປຕາເມຍນັ້ນ ຢາໂຄບ​ໄດ້​ເດີນທາງ​ໄປ​ຢ່າງ​ປອດໄພ ຈົນ​ຮອດ​ເມືອງ​ຊີເຄມ​ຢູ່​ໃນ​ການາອານ ແລະ​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ນາ​ທົ່ງ​ໜຶ່ງ​ຂອງ​ເມືອງ​ນັ້ນ. 19ເພິ່ນໄດ້ຊື້ນາທົ່ງນັ້ນ ລາຄາ​ໜຶ່ງຮ້ອຍ​ຫລຽນ​ຈາກ​ເຊື້ອສາຍ​ຂອງ​ຮາໂມ ພໍ່​ຂອງ​ຊີເຄມ. 20ເພິ່ນໄດ້ສ້າງແທ່ນບູຊາຂຶ້ນທີ່ນັ້ນແລະໃສ່ຊື່ແທ່ນນັ້ນວ່າ ເອນ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

1
34/01.txt Normal file
View File

@ -0,0 +1 @@
\c 34 \v 1 \v 2 \v 3 1ວັນໜຶ່ງ ນາງ​ດີນາ​ລູກສາວ​ຂອງ​ຢາໂຄບ​ແລະ​ນາງ​ເລອາ ໄດ້​ໄປ​ຢ້ຽມຢາມ​ຍິງ​ຊາວ​ການາອານ​ບາງຄົນ. 2ເມື່ອຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ. 3ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.

1
34/04.txt Normal file
View File

@ -0,0 +1 @@
\v 4 \v 5 4ຊາຍຄົນນີ້ຈຶ່ງເວົ້າກັບພໍ່ຂອງຕົນວ່າ, “ຈົ່ງ​ໄປ​ຂໍ​ຍິງ​ຜູ້​ນີ້​ໃຫ້​ລູກ​ເອົາ​ມາ​ເປັນ​ເມຍ​ແດ່.” 5ຢາໂຄບຮູ້ວ່າ, ລູກສາວ​ຂອງຕົນ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ, ແຕ່​ເພິ່ນ​ບໍ່​ກ້າ​ເຮັດ​ຫຍັງ​ລົງ​ໄປ​ເທື່ອ ຈົນກວ່າ​ພວກ​ລູກຊາຍ​ຂອງ​ເພິ່ນ ທີ່​ໄດ້​ອອກ​ໄປ​ລ້ຽງ​ສັດ​ທີ່​ທົ່ງນາ​ນັ້ນ​ກັບ​ມາ​ທຸກຄົນ​ກ່ອນ.

1
34/06.txt Normal file
View File

@ -0,0 +1 @@
\v 6 \v 7 6ຮາໂມພໍ່ຂອງຊີເຄມໄດ້ມາປຶກສາກັບຢາໂຄບ 7ແລະເປັນເວລາພໍດີກັບທີ່ພວກລູກຊາຍຂອງຢາໂຄບພາກັນກັບມາແຕ່ທົ່ງນາ. ເມື່ອ​ຮູ້​ວ່າ​ນາງ​ດີນາ​ຖືກ​ຂົ່ມຂືນ. ພວກເຂົາ​ຈຶ່ງ​ຄຽດແຄ້ນ ແລະ​ທຸກໃຈ​ຫລາຍ​ທີ່​ຊີເຄມ​ໄດ້​ເຮັດ​ເຊັ່ນນັ້ນ ອັນ​ເປັນ​ການ​ໝິ່ນປະໝາດ​ຄົນ​ອິດສະຣາເອນ ໂດຍ​ໄດ້​ຂົ່ມຂືນ​ລູກສາວ​ຂອງ​ຢາໂຄບ.

1
34/08.txt Normal file
View File

@ -0,0 +1 @@
\v 8 \v 9 \v 10 8ຮາໂມເວົ້າຕໍ່ພວກເຂົາວ່າ, “ຊີເຄມ​ລູກຊາຍ​ຂອງຂ້ອຍ​ຫລົງ​ຮັກ​ລູກສາວ​ຂອງ​ເຈົ້າ ຂໍ​ໃຫ້​ພວກເຂົາ​ໄດ້​ແຕ່ງງານ​ກັນ​ສາ 9ໃຫ້ພວກເຮົາມາຕົກລົງກັນວ່າ ຄົນ​ຂອງຂ້ອຍ ແລະ​ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້. 10ແລ້ວພວກເຈົ້າກໍສາມາດຢູ່ໃນດິນແດນຂອງພວກເຮົານີ້ນຳກັນ; ພວກເຈົ້າ​ຈະ​ຢູ່​ບ່ອນ​ໃດ​ກໍໄດ້ ຈະ​ຄ້າຂາຍ​ແລະ​ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ໄດ້​ຕາມໃຈມັກ.”

1
34/11.txt Normal file
View File

@ -0,0 +1 @@
\v 11 \v 12 \v 13 11ແລ້ວຊີເຄມກໍເວົ້າກັບພໍ່ແລະອ້າຍຂອງດີນາວ່າ, “ກະລຸນາ​ຍົກ​ນາງ​ໃຫ້​ຂ້ອຍ​ສາ ແລະ​ຂ້ອຍ​ຈະ​ໃຫ້​ທຸກສິ່ງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ. 12ພວກເຈົ້າຕ້ອງການສິ່ງໃດໃຫ້ບອກມາ ຈະ​ຄິດຄ່າ​ດອງ​ສູງ​ເທົ່າ​ໃດ ຕາມ​ທີ່​ພວກເຈົ້າ​ຕ້ອງການ​ກໍໄດ້; ຂ້ອຍ​ຈະ​ໃຫ້​ທຸກສິ່ງ​ທີ່​ພວກເຈົ້າ​ຂໍ​ມາ. ຂໍ​ພຽງແຕ່​ໃຫ້​ຂ້ອຍ​ໄດ້​ນາງ​ມາ​ເປັນ​ເມຍ​ກໍ​ພໍ.” 13ພວກລູກຊາຍຂອງຢາໂຄບຈຶ່ງຕອບຊີເຄມແລະຮາໂມໃນທຳນອງຫລອກລວງ ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ນ້ອງສາວ​ຂອງ​ພວກເຂົາ​ຖືກ​ອັບອາຍ.