2019-11-19 07:13:07 +00:00
|
|
|
\v 12 ຢູດາ ແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ, ແລະເຊຣາ. (ສ່ວນເອຣະກັບໂອນານ ລູກຊາຍສອງຄົນຂອງຢູດານັ້ນ ຕາຍທີ່ການາອານ). ພ້ອມດ້ວຍລູກຊາຍຂອງເປເຣັດຊື່ວ່າ ເຮຊະໂຣນ, ແລະຮາມູນ. \v 13 ອິດຊາຄາກັບພວກລູກຊາຍຂອງຕົນ: ໂຕລາ, ປູອາ, ຢາຊຸບ, ແລະຊີມໂຣນ. \v 14 ເຊບູໂລນກັບພວກລູກຊາຍຂອງຕົນ: ເສເຣັດ, ເອໂລນ ແລະຢາເລເອນ. \v 15 ຄົນເຫລົ່ານັ້ນແມ່ນລູກຊາຍຂອງນາງເລອາ ທີ່ໄດ້ເກີດໃຫ້ຢາໂຄບໃນເມໂຊໂປຕາເມຍ ລວມທັງນາງດີນາລູກສາວຂອງຕົນດ້ວຍ. ເມື່ອນັບລວມທັງຫມົດແລ້ວ ເຊື້ອສາຍທີ່ສືບມາຈາກນາງເລອາ ມີຢູ່ 33 ຄົນ.
|