lo_gal_tn_l3/05/11.txt

30 lines
5.0 KiB
Plaintext

[
{
"title": "ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າຍັງເທດສະຫນາຊັກຊວນໃຫ້ຮັບພິທີຕັດ, ເຫດໃດຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງຢູ່ອີກ?",
"body": "ໂປໂລກຳລັງເວົ້າເຖິງສະຖານະການຫນຶ່ງທີ່ບໍ່ໄດ້ເກີດຂຶ້ນແທ້ເພື່ອເນັ້ນວ່າຜູ້ຄົນກຳລັງຂົ່ມເຫັງທ່ານບໍ່ໄດ້ປະກາດໃຫ້ຜູ້ຄົນມາເປັນຄົນຢິວ. ປະໂຫຍກນີ້ສາມາດແປໂດໃຫ້ປະທານໃນປະໂຫຍກເປັນຜູ້ເຮັດໄດ້. ແປໄດ້ອີກວ່າ: \"ພີ່ນ້ອງທັງຫລາຍທ່ານໄດ້ເຫັນແລ້ວວ່າຂ້າພະເຈົ້າບໍ່ໄດ້ປະກາດເລື້ອງການເຂົ້າພິທີການຕັດ ເພາະຄົນຢິວກຳລັງຂົ່ມເຫັງຂ້າພະເຈົ້າຢູ່.\" (ເບິ່ງ: figs_rquestion and figs_hypo)"
},
{
"title": "ພີ່ນ້ອງທັງຫລາຍ",
"body": "ໃຫ້ໃຊ້ຄຳແປແບບນີ້ໃນບົດ 1: 1"
},
{
"title": "ຖ້າເຊັນນັ້ນຫີນທີ່ເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ",
"body": "ໂປໂລກຳລັງອະທິບາຍເຖິງສະຖານະການທີ່ບໍ່ໄດ້ເກີດຂຶ້ນແທ້ເພື່ອເນັ້ນວ່າຜູ້ຄົນຂົ່ມເຫັງລາວເພາະວ່າທ່ານກຳລັງປະກາດວ່າພຣະເຈົ້າຊົງໃຫ້ອະໄພເພາະສິ່ງທີ່ພຣະເຢຊູໄດ້ກະທຳໃຫ້ສຳເລັດທີ່ໄມ້ກາງແຂນ. (ເບິ່ງ: figs_hypo)"
},
{
"title": "ຖ້າເຊັ່ນນັ້ນ",
"body": "\"ຖ້າຂ້າພຣະເຈົ້າຍັງບອກວ່າທຸກຄົນຕ້ອງມາເປັນຄົນຢິວ\""
},
{
"title": "ຖ້າເຊັ່ນນັ້ນຫີນທີ່ຈະເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ",
"body": "ປະໂຫຍກນີ້ສາມາດແປໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳ. ແປໄດ້ອີກວ່າ: \"ການສອນເລື້ອງໄມ້ກາງແຂນບໍ່ໄດ້ເປັນອຸປະສັກ\" ຫລື \"ບໍ່ມີສິ່ງໃດໃນຄຳສອນເລື້ອງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນສະດຸດ\" (ເບິ່ງ: figs_activepassive)"
},
{
"title": "ຖ້າເຊັ່ນນັ້ນຫີນທີ່ຈະເຮັດໃຫ້ສະດຸດເລື້ອງໄມ້ກາງແຂນຖືກທຳລາຍໄປແລ້ວ",
"body": "ສະດຸດຫມາຍເຖິງການເຮັດບາບ, ແລະຫີນທີ່ເຮັດໃຫ້ສະດຸດ\nຫມາຍເຖິງບາງສິ່ງທີ່ເຮັດໃຫ້ຜູ້ຄົນຫລົງເຮັດບາບ. ໃນກໍລະນີນີ້ ຄວາມບາບຄືການປະຕິເສດຄວາມຈິງແຫ່ງຄຳສອນທີ່ບອກວ່າການທີ່ຈະໄດ້ຄືນດີກັບພຣະເຈົ້າ, ຄົນເຮົາຈະຕ້ອງເຊື່ອວ່າພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອເຮົາ. ແປໄດ້ອີກວ່າ: \"ຄຳສອນເລື້ອງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນປະຕິເສດຄວາມຈິງນັ້ນໄດ້ຖືກທຳລາຍໄປແລ້ວ\" ຫລື \"ບໍ່ມີສິ່ງໃດໃນຄຳສອນເລື້ອງພຣະເຢຊູຊົງຕາຍເທິງໄມ້ກາງແຂນທີ່ເຮັດໃຫ້ຜູ້ຄົນປະຕິເສດຄຳສອນ\" (ເບິ່ງ: figs_metaphor and figs_explicit)"
},
{
"title": "ຕອນຕົນເອງເສຍ",
"body": "ຄວາມຫມາຍທີ່ເປັນໄປໄດ້ຄື 1) ແປຕາມຕົວອັກສອນ, ຄືຕັດອະໄວຍະວະເພດຊາຍຖິ້ມເສຍເພື່ອຈະໄດ້ເປັນຂັນທີ ຫລື 2) ເປັນການປຽບທຽບ, ຫມາຍເຖິງການຖອນຕົວອອກຈາກສັງຄົມຂອງຄຣິສະຕຽນຢ່າງເດັດຂາດ. (ເບິ່ງ: figs_metaphor)"
}
]