lo_gal_text_ulb_l3/06/14.txt

1 line
1.1 KiB
Plaintext

\v 14 ຂໍຢ່າໃຫ້ຂ້າພະເຈົ້າອວດອ້າງໃນເລື່ອງອື່ນເລີຍ. ນອກຈາກເລື່ອງໄມ້ກາງແຂນ ຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາຊຶ່ງໂດຍທາງພຣະອົງນີ້ແຫລະ ໂລກໄດ້ຖືກຄຶງໄວ້ຈາກຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຖືກຄຶງໄວ້ສຳລັບໂລກ. \v 15 ເພາະວ່າການຮັບພິທີຕັດ ຫລື ບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນ ແມ່ນການໄດ້ຖືກສ້າງຂຶ້ນໃຫມ່. \v 16 ຂໍໃຫ້ສັນຕິສຸກ ແລະ ພຣະກະລຸນາຈົ່ງມີແກ່ທຸກຄົນ ທີ່ປະຕິບັດຕາມກົດຢ່າງນີ້ ແລະ ທັງອິດສະຣາເອນ ຂອງພຣະເຈົ້າເທີ້ນ.