lo_gal_text_ulb_l3/06/06.txt

1 line
995 B
Plaintext

\v 6 ສ່ວນຄົນທີ່ຮັບພຣະທັມ ຄຳສອນ ແລ້ວຈົ່ງແບ່ງສິ່ງທີ່ດີທຸກຢ່າງ ໃຫ້ແກ່ຜູ້ທີ່ ສັ່ງສອນຕົນ. \v 7 ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້. ເພາະວ່າ ຜູ້ໃດຫວ່ານສິ່ງໃດ ລົງກໍຈະເກັບກ່ຽວສິ່ງນັ້ນ. \v 8 ເພາະຜູ້ທີ່ຫວ່ານເມັດ ຕາມຕັນຫາ ຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວ ຄວາມເປື່ອຍເນົ່າຕາມ ຕັນຫານັ້ນ. ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ ຈາກພຣະວິຍານ.