lo_gal_text_ulb_l3/03/23.txt

1 line
1.2 KiB
Plaintext

\v 23 ແຕ່ກ່ອນທີ່ຄວາມເຊື່ອໃນພຣະຄຣິດ ຈະມາເຖິງນັ້ນ, ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້ ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ. \v 24 ເພາະສະນັ້ນກົດບັນຍັດ ຈຶ່ງໄດ້ຄວບຄຸມ ພວກເຮົາໄວ້ ຈົນກວ່າ ພຣະຄຣິດເຈົ້າສະເດັດມາ, ເພື່ອວ່າພວກເຮົາ ຈະໄດ້ເປັນຄົນຊອບທັມ ໂດຍທາງຄວາມເຊື່ອ. \v 25 ແຕ່ບັດນີ້ຄວາມເຊື່ອນັ້ນກໍມາເຖິງແລ້ວ, ພວກເຮົາຈຶ່ງບໍ່ໄດ້ຢູ່ພາຍໃຕ້ຜູ້ຄວບຄຸມອີກແລ້ວ. \v 26 ເພາະວ່າເຈົ້າທັງຫລາຍ ກໍເປັນບຸດຂອງພຣະເຈົ້າ ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.