lo_gal_text_ulb_l3/03/10.txt

1 line
1.4 KiB
Plaintext

\v 10 ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດ ຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ; ແລະ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດ ກໍຕາມທີ່ບໍ່ໄດ້ປະຕິບັດ ຕາມທຸກຂໍ້ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ.” \v 11 ເປັນທີ່ ຮູ້ແຈ້ງ ແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທັມ ຕໍ່ຫນ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ, ເພາະມີຂຽນໄວ້ໃນພຣະຄັມພີວ່າ, ຜູ້ທີ່ຊົງຖືວ່າ ເປັນຄົນຊອບທັມ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ. \v 12 ແຕ່ກົດບັນຍັດນັ້ນ ບໍ່ໄດ້ມາຈາກຄວາມເຊື່ອ, ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງເຫລົ່ານັ້ນຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.”