lo_gal_text_ulb_l3/03/01.txt

1 line
1.3 KiB
Plaintext

\c 3 \v 1 ໂອຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ! ແມ່ນຜູ້ໃດຫນໍ ທີ່ໄດ້ສະກົດຈິດໃຈ ຂອງພວກເຈົ້າໃຫ້ເຫັນຜິດໄປ? ທັງໆທີ່ພາບຂອງພຣະເຢຊູຄຣິດເຈົ້າ ຖືກຄຶງໄວ້ທີ່ໄມ້ກາງແຂນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ. \v 2 ນີ້ເປັນພຽງສິ່ງຫນຶ່ງ ທີ່ຂ້າພຣະເຈົ້າຕ້ອງການຮຽນຮູ້ຈາກທ່ານວ່າ: ທ່ານໄດ້ຮັບພຣະວິຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດ ຫລື ໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ? \v 3 ເຈົ້າທັງຫລາຍ ຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າ ໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວບັດນີ້ ພວກເຈົ້າ ຈະສຳເຣັດລົງໂດຍເນື້ອຫນັງບໍ?