lo_gal_text_ulb_l3/02/20.txt

1 line
1.2 KiB
Plaintext

\v 20 ຖ້າຂ້າພະເຈົ້າ ຖືກຕຶງໄວ້ກັບພຣະຄຣິດເຈົ້າແລ້ວ. ຂ້າພະເຈົ້າເອງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າຊົງມີຊິດວິດຢູ່ໃນຂ້າພະເຈົ້າ. ຊີວິດຊຶ່ງຂ້າພະເຈົ້າ ດຳເນີນຢູ່ໃນຮ່າງກາຍນີ້. ຂ້າພະເຈົ້າດຳເນີນຢູ່ໂດຍຄວາມເຊື່ອ ໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ຊົງຮັກພວກເຮົາ ແລະ ໄດ້ຊົງສະຫລະຊີວິດຕົວເອງເພື່ອຂ້າພະເຈົ້າ. \v 21 ຂ້າພະເຈົ້າບໍ່ໄດ້ລົບລ້າງພຣະຄຸນຂອງ ພຣະເຈົ້າ ເສຍໄປລ້າໆ, ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍ ທາງກົດບັນຍັດແລ້ວ, ພຣະຄຣິດເຈົ້າກໍຊົງສິ້ນພຣະຊົນ ໂດຍບໍ່ມີປະໂຫຍດ!