lo_gal_text_ulb_l3/02/17.txt

1 line
1.4 KiB
Plaintext

\v 17 ແຕ່ຖ້າ, ຂະນະທີ່ພວກເຮົາ ສະແຫວງຫາເພື່ອໃຫ້ພວກເຮົາ ຖືກນັບຖືວ່າ ເປັນຄົນຊອບທັມ ໂດຍພຣະຄຣິດເຈົ້ານັ້ນ ກັບພົບວ່າພວກເຮົາເອງກໍຍັງເປັນຄົນບາບຢູ່, ສະນັ້ນ ພຣະຄຣິດເຈົ້າຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນຢ່າງແນ່ນອນ! \v 18 ເພາະວ່າຖ້າຂ້າພະເຈົ້າ ສ້າງຄວາມເຊື່ອຫມັ້ນ ຂອງຂ້າພະເຈົ້າ ໂດຍການຮັກສາຄວາມຊອບທັມ ທາງກົດບັນຍັດນັ້ນ ຊຶ່ງຂ້າພະເຈົ້າເຄີຍທຳລາຍລົງ ແລ້ວຂື້ນມາອີກ ຂ້າພະເຈົ້າ ກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດຄຳບັນຍັດ. \v 19 ເຫດວ່າ ໂດຍທາງກົດບັນຍັດນັ້ນ ຂ້າພະເຈົ້າໄດ້ ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ ສຳລັບພຣະເຈົ້າ.