lo_gal_text_ulb_l3/02/03.txt

1 line
1.2 KiB
Plaintext

\v 3 ແຕ່ເຖິງແມ່ນວ່າ ຕີໂຕ, ຜູ້ຢູ່ກັບຂ້າພະເຈົ້າ ແລະ ເປັນຄົນກຣີກ ແຕ່ເຂົາກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ. \v 4 ເລື່ອງນີ້ເກີດຂື້ນເພາະພວກພີ່ນ້ອງ ທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອສອດແນມເບິ່ງເສລີພາບ ຂອງພວກເຮົາທີ່ມີຢູ່ໃນອົງພຣະເຢຊູຄຣິດເຈົ້າ. ພວກເຂົາໄດ້ຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າອີກ, \v 5 ແຕ່ພວກເຮົາ ບໍ່ໄດ້ອ່ອນຍອມ ຕໍ່ພວກເຂົາ ແມ່ນແຕ່ນາທີດຽວ, ເພື່ອຈະໄດ້ຮັກສາຄວາມສັດຈິງ ຂອງຂ່າວປະເສີດ ນັ້ນໄວ້ສຳລັບເຈົ້າທັງຫລາຍຕໍ່ໄປຢ່າງບໍ່ມີການປ່ຽນແປງ.