lo_ezk_tn_l3/21/06.txt

42 lines
5.1 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ພຣະຢາເວ ກຳລັງເວົ້າກັບເອເຊກຽນ."
},
{
"title": "ບຸດ​ແຫ່ງ​ມະ­ນຸດ​ເອີຍ",
"body": "\"ບຸດແຫ່ງມະນຸດ\" ຫລື \"ລູກຊາຍຂອງມະນຸດ\" ຫລື \"ຄົນສິນທຳ\" ຫລື \"ມະນຸດ.\" ພຣະເຈົ້າເອີ້ນເອເຊກຽນເລື່ອງນີ້ເພື່ອເນັ້ນວ່າເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າມີອຳ ນາດແລະມີຊີວິດຢູ່ຕະຫລອດໄປ, ແຕ່ຄົນເຮົາບໍ່ແມ່ນ. ແປຄືເປັນ 2: 1."
},
{
"title": "ຈົ່ງໂອ່ຍຄາງດ້ວຍ­ໃຈທີ່ແຕກສະຫລາຍ",
"body": "ພຣະຢາເວຊົງກ່າວແກ່ເອເຊກຽນໃຫ້ໂອ່ຍຄາງເພື່ອເປັນສັນຍານທີ່ຈະສົ່ງຂ່າວສານຂອງລາວ. ພຣະອົງຊົງບອກລາວໃຫ້ຮ້ອງໂອ່ຍຄາງຢ່າງສຸດຊຶ້ງຄືກັບວ່າທ້ອງຂອງລາວມີຄວາມເຈັບປວດຢ່າງຍິ່ງໃຫຍ່. \"ຮ້ອງໂອ່ຍຄາງຢ່າງເລິກເຊິ່ງຄືກັບວ່າແອວຂອງທ່ານເຈັບປວດຫລາຍ\" ຫລື \"ຮ້ອງໂອ່ຍຄາງດ້ວຍຄວາມໂສກເສົ້າຫລາຍ\" (ເບິ່ງ: figs_idiom)"
},
{
"title": "ຄວາມທຸກ​ລະ​ທົມຂົມ­ຂື່ນ​ໃຈ",
"body": "\"ດ້ວຍຄວາມໂສກເສົ້າຢ່າງຍິ່ງໃຫຍ່\" ຫລື \"ດ້ວຍຄວາມເສຍໃນຢ່າງຍິ່ງໃຫຍ່\""
},
{
"title": "ຕໍ່ຫນ້າພວກ­ເຂົາ",
"body": "ໃນທີ່ນີ້ຊາວອິດສະຣາເອນໄດ້ຖືກກ່າວເຖິງໂດຍ \"ຫນ້າ\" ຂອງພວກເຂົາເພື່ອເນັ້ນເຖິງສິ່ງທີ່ພວກເຂົາເຫັນ. ອາດແປໄດ້ອີກວ່າ: \"ກ່ອນພວກເຂົາ\" ຫລື \"ກ່ອນຊາວອິດສະຣາເອນ\" (ເບິ່ງ: figs_synecdoche)"
},
{
"title": "​ເລື່ອງ​ຂ່າວທີ່ຈະ​​ມາ​ເຖິງ",
"body": "ສິ່ງນີ້ເວົ້າເຖິງ “ເລື່ອງຂ່າວ” ຄືກັບວ່າມັນເປັນຄົນທີ່ກຳລັງຈະມາຫາພວກເຂົາໃນໄວໆນີ້. ອາດແປໄດ້ອີກວ່າ: \"ຂ່າວທີ່ພວກເຂົາຈະໄດ້ຍິນໄວໆນີ້\" (ເບິ່ງ: figs_personification)"
},
{
"title": "ຫົວ­ໃຈ​ທຸກ​ດວງ​ຈະ​ອ່ອນເພຍລົງ",
"body": "ສິ່ງນີ້ເວົ້າເຖິງຄົນທີ່ຢ້ານກົວຄືກັບວ່າຫົວໃຈຂອງພວກເຂົາກຳລັງອ່ອນເພຍລົງ. ພ້ອມກັນນີ້, ຍັງເວົ້າເຖິງຄວາມຢ້ານກົວວ່າຄືເປັນຄວາມອ່ອນແອ. ອາດແປໄດ້ອີກວ່າ: \"ສຳລັບທຸກຄົນຈະມີຄວາມຢ້ານກົວ\" (ເບິ່ງ: figs_synecdoche ແລະ figs_metaphor)"
},
{
"title": "ຈະ​ອ່ອນເພຍລົງ",
"body": "\"ຈະອ່ອນແອ\""
},
{
"title": "ບັນ­ດາ​ຈິດ­ວິນ­ຍານ​ຈະ​ຢ້ານ​ກົວ",
"body": "ສິ່ງນີ້ເວົ້າເຖິງຄົນທີ່ຢ້ານກົວຮອດຈິດວິນຍານຂອງພວກເຂົາຄືກັບວ່າວິນຍານຂອງພວກເຂົາກຳລັງຈະອ່ອນເພຍລົງ. ອາດແປໄດ້ອີກວ່າ: \"ທຸກໆຄົນຈະມີຄວາມຢ້ານກົວພາຍໃນຕົນໂຕ\" (ເບິ່ງ: figs_metaphor)"
},
{
"title": "​ທຸກຫົວ​ເຂົ່າ​ຈະ​ອ່ອນ​ເພຍລົງ​ເຫມືອນ​ດັ່ງ​ນ້ຳ",
"body": "\"ທຸກໆຫົວເຂົ່າຈະອ່ອນເພຍລົງຄືກັບນໍ້າ\". ນີ້ແມ່ນຄຳສັບສຸພາບສຳລັບຄົນທີ່ມີຄວາມຢ້ານກົວຈົນວ່າພວກເຂົາຈະສູນເສຍການກັ້ນຍ່ຽວ ແລະ ຍ່ຽວເຮ່ຍ. ອາດແປໄດ້ອີກວ່າ: \"ຂາຂອງພວກເຂົາຈະປຽກດ້ວຍນ້ຳຍ່ຽວ\" ຫລື \"ທຸກໆຄົນຈະສູນເສຍການຄວບຄຸມປັດສະວະຂອງພວກເຂົາ\" (ເບິ່ງ: figs_euphemism)"
}
]