lo_ezk_tn_l3/11/05.txt

26 lines
3.2 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ພຣະຢາເວສືບຕໍ່ສົນທະນາກັບຜູ້ທຳນວາຍເອເຊກຽນ."
},
{
"title": "ພຣະ­ວິນ­ຍານ​ຂອງ​ພຣະຢາເວ​ ລົງ­ມາເຫນືອຂ້ານ້ອຍ",
"body": "ເອເຊກຽນກ່າວເຖິງພຣະວິນຍານຂອງຢາເວທີ່ຊົງດົນໃຈ ແລະ ໃຫ້ກຳລັງແກ່ລາວໃນການທຳນາຍຄືກັບວ່າພຣະວິນຍານຂອງພຣະຢາເວໄດ້ສະເດັດລົງມາເທິງລາວ. ອາດແປໄດ້ອີກວ່າ: \"ພຣະວິນຍານຂອງພຣະຢາເວໄດ້ໃຫ້ອຳນາດແກ່ຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": " ເຊື້ອ­ສາຍ​ຂອງອິດສະຣາເອນ​ເອີຍ",
"body": "ຄຳວ່າ \"ເຮືອນ\" ແມ່ນ ຄຳສັບສຳລັບຄອບຄົວ, ໃນກໍລະນີນີ້ຊາວອິດສະຣາເອນຜູ້ທີ່ເປັນເຊື້ອສາຍຂອງຢາໂຄບ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 3: 1. ອາດແປໄດ້ອີກວ່າ: \"ປະຊາຊົນອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ນີ້ເປັນສິ່ງທີ່ພຣະຢາເວຊົງ​ກ່າວ​ວ່າ",
"body": "\"ພຣະອົງຊົງກ່າວສິ່ງເຫລົ່ານີ້.\" ນີ້ຫມາຍເຖິງສິ່ງທີ່ຄົນເວົ້າໃນ 11: 2."
},
{
"title": " ປະຊາຊົນທີ່ພວກເຈົ້າໄດ້​ຂ້າ​, ​ເປັນ​ຊີ້ນ, ແລະ ​ເມືອງ​ນີ້​­ເປັນ​ຫມໍ້",
"body": "ພຣະຢາເວເວົ້າກ່ຽວກັບຄົນທີ່ພວກເຂົາໄດ້ຂ້າຄືກັນກັບວ່າມັນເປັນຊີ້ນທີ່ຖືກຕັດດີ ແລະ ໂຕເມືອງຄືກັບວ່າມັນເປັນຫມໍ້ທີ່ເກັບມ້ຽນຊີ້ນ ຫລື ປຸງແຕ່ງອາຫານ. ເບິ່ງວິທີທີ່ທ່ານແປຄຳ ປຽບທຽບນີ້ໃນ 11: 2. ອາດແປໄດ້ອີກວ່າ: \"ຄົນທີ່ເຈົ້າໄດ້ຂ້າ ... ຄືກັນກັບຊີ້ນທີ່ຢູ່ໃນຫມໍ້, ແລະເມືອງນີ້ເປັນຄືຫມໍ້. (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ແຕ່ພວກເຈົ້າຈະຖືກນຳອອກໄປຈາກກາງເມືອງນີ້",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບເປັນຜູ້ກະທຳ. ອາດແປໄດ້ອີກວ່າ: \"ແຕ່ເຮົາຈະພາເຈົ້າອອກໄປ\" (ເບິ່ງເພີ່ມເຕີມ: figs_activepassive)"
}
]