lo_ezk_tn_l3/03/14.txt

34 lines
4.5 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ເບິ່ງຄືວ່າເອເຊກຽນ ໄດ້ໃຈຮ້າຍຫລາຍ ເພາະວ່າພຣະຢາເວໄດ້ສົ່ງລາວໄປເວົ້າກັບຊາວອິດສະຣາເອນທີ່ຖືກເນລະເທດ, ດັ່ງນັ້ນຈຶ່ງກະບົດຕໍ່ພຣະອົງເອງ. ເຖິງແມ່ນວ່າລາວຄວນຈະເວົ້າກັບພວກເຂົາ, ລາວນັ່ງຢູ່ໃນຄວາມງຽບເປັນເວລາເຈັດວັນ, ເຖິງແມ່ນວ່າລາວສຳພັດເຖິງອຳນາດແຫ່ງຄວາມໂກດແຄ້ນຂອງພຣະຢາເວ \"ຢູ່ເຫນືອລາວ\" ກໍຕາມ."
},
{
"title": "ຄວາມ​ຂົມ­ຂື່ນ ວິນຍານຈິດຂອງຂ້ານ້ອຍຄຽດ­ແຄ້ນ",
"body": "ຄຳວ່າ \"ຄວາມຂົມຂື່ນ\" ແລະ \"ຄວາມໂກດແຄ້ນ\" ແມ່ນປະເພດຂອງຄວາມໂກດແຄ້ນ. ອາດແປໄດ້ອີກວ່າ: \"ຂ້ານ້ອຍຂົມຂື່ນ ແລະ ວິນຍານຂອງຂ້ານ້ອຍກໍເຕັມໄປດ້ວຍຄວາມໂກດແຄ້ນ\" ຫລື \"ຂ້ານ້ອຍຂົມຂື່ນ ແລະ ໂກດແຄ້ນ.\""
},
{
"title": "ຄວາມ​ຂົມ­ຂື່ນ",
"body": "ເອເຊກຽນກ່າວເຖິງຄວາມໂກດແຄ້ນຂອງລາວຕໍ່ພຣະຢາເວ ຄືກັບວ່າມັນມີລົດຊາດທີ່ບໍ່ດີໃນປາກຂອງລາວເພາະວ່າພຣະຢາເວ ໄດ້ບັງຄັບໃຫ້ລາວກິນອາຫານທີ່ມີລົດຊາດທີ່ບໍ່ດີ."
},
{
"title": " ເພາະ­ວ່າ​ລິດ­ທາ­ນຸ­ພາບ​ຂອງ​ພຣະ­ຢາເວ​ໄດ້​ຊົງ​ບັງ­ຄັບ​ຢ່າງມີພະລັງຢູ່ເທິງຂ້ານ້ອຍ",
"body": "ເອເຊກຽນກ່າວເຖິງຄວາມໂສກເສົ້າ ແລະ ຄວາມອິດເມື່ອຍເພາະວ່າພຣະຢາເວໄດ້ສັ່ງລາວເຮັດສິ່ງທີ່ລາວບໍ່ຕ້ອງການເຮັດຄືກັບວ່າພຣະຢາເວ ກຳລັງຂົ່ໃລາວລົງສູ່ພື້ນດິນ. (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພຣະຫັດຂອງ​ພຣະ­ຢາເວ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳວ່າ \"ພະຫັດ\" ມັກຖືກໃຊ້ເພື່ອກ່າວເຖິງອຳນາດຫລືການກະທຳຂອງຜູ້ໃດຜູ້ຫນຶ່ງ, ອາດແປໄດ້ອີກວ່າ: \"ອຳນາດຂອງພຣະຢາເວ,\" ຫລື 2) ເອເຊກຽນຮູ້ວ່າ ພຣະຢາເວໃຈຮ້າຍໃຫ້ລາວ ເພາະລາວບໍ່ໄດ້ເຊື່ອຟັງພຣະຢາເວ ໂດຍການເວົ້າກັບການອົບພະຍົບອິດສະຣາເອນ. (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "​ເທນອາ­ບີບ",
"body": "ເມືອງຫນຶ່ງໃນບາບີໂລນເຊິ່ງຫ່າງຈາກເມືອງໃຫຍ່ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 80 ກິໂລແມັດ ເຊິ່ງຖືກເອີ້ນວ່າບາບີໂລນເຊັ່ນກັນ. (ເບິ່ງເພີ່ມເຕີມ: translate_names)"
},
{
"title": "ແຄມ​ແມ່­ນ້ຳ​ເກ­ບາກ",
"body": "ນີ້ແມ່ນແມ່ນ້ຳທີ່ປະຊາຊົນໃນເມືອງເກບາກໄດ້ຂຸດເພື່ອໃຫ້ນ້ຳໄດ້ໄຫລເຂົ້າສວນຂອງພວກເຂົາ. ແປຄືໃນ 1: 1."
},
{
"title": " ​ດ້ວຍ​ຄວາມ​ຕົກ​ຕະ­ລຶງ",
"body": "\"ບໍ່ສາມາດເຮັດຫຍັງໄດ້ເພາະວ່າຂ້ານ້ອຍປະຫລາດໃຈຫລາຍ\""
}
]