lo_ezk_tn_l3/01/24.txt

46 lines
5.8 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ",
"body": "ເອເຊກຽນສືບຕໍ່ບອກກ່ຽວກັບນິມິດຂອງລາວກ່ຽວກັບສິ່ງທີ່ມີຊີວິດ."
},
{
"title": "ຂ້າ­ນ້ອຍ​ໄດ້­ຍິນ​ສຽງ​ປີກຂອງພວກມັນ. ເຫນືອນກັບສຽງນ້ຳຢ່າງຫລວງຫລາຍ. ເຫມືອນກັບ​ສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ໃນເວລາດຳເນີນໄປ. ເຫນືອນ",
"body": "ຄວາມຫມາຍທີ່ເປັນໄປໄດ້ອີກແມ່ນຄຳວ່າ \"ທຸກຄັ້ງທີ່ພວກມັນເຄື່ອນໄຫວ\" ຫມາຍເຖິງ 1) ຄຳສັບທັງຫມົດທີ່ຢູ່ຕໍ່ຫນ້າພວກເຂົາໃນຂໍ້ນີ້, \"ເມື່ອໃດທີ່ພວກມັນເຄື່ອນໄຫວໄປ, ຂ້ານ້ອຍໄດ້ຍິນສຽງປີກຂອງພວກມັນ. ຄ້າຍຄືກັບສຽງຂອງນ້ຳ ໄຫລແຮງ, ຄ້າຍຄືສຽງຂອງຜູ້ຊົງອິດທິຣິດ.\nຫລື 2) ຕໍ່ຄຳເວົ້າທີ່ຕິດຕາມມາຄື \"ປີກ. ເຫມືອນສຽງນ້ຳໄຫລ. ເຫມືອນສຽງຂອງຜູ້ຊົງອິດທິຣິດ. ເມື່ອໃດທີ່ພວກມັນເຄື່ອນໄຫວໄປ, ມັນຄ້າຍຄືກັບສຽງ.\""
},
{
"title": "ເຫມືອນ ... ນ້ຳ. ເຫມືອນ ... ເຄື່ອນຍ້າຍ. ເຫມືອນ ... ພາຍຸໃຫຍ່. ເຫມືອນ ... ກອງທັບ. ",
"body": "ປະໂຫຍກເຫລົ່ານີ້ແມ່ນບໍ່ຄົບຖ້ວນເພາະວ່າເອເຊກຽນກຳລັງສະແດງໃຫ້ເຫັນວ່າລາວຕື່ນເຕັ້ນກັບສິ່ງທີ່ລາວເຫັນ. ປະໂຫຍກເຫລົ່ານີ້ສາມາດຖືກແປເປັນປະໂຫຍກທີ່ສົມບູນ: \"ສຽງຂອງປີກຄ້າຍຄືສຽງ ... ນ້ຳ, ພວກມັນຄ້າຍຄື ... ເຄື່ອນໄຫວ. ພວກມັນຄ້າຍຄື ... ພາຍຸຝົນ. ພວກມັນຄ້າຍຄື ... ກອງທັບ. (ເບິ່ງເພີ່ມເຕີມ: figs_simile)"
},
{
"title": " ເຫນືອນກັບສຽງນ້ຳ",
"body": "ນີ້ຫມາຍຄວາມວ່າ \"ມີນ້ຳຫລາຍ.\" ມັນອາດຈະຫມາຍເຖິງ \"ແມ່ນ້ຳທີ່ມີສຽງດັງ\" ຫລື \"ນ້ຳຕົກຕາດໃຫຍ່\" ຫລື \"ຄື້ນກະແສຢູ່ມະຫາສະຫມຸດ\". ທັງຫມົດເຫລົ່ານີ້ແມ່ນມີສຽງດັງຫລາຍ."
},
{
"title": "ເຫມືອນກັບ​ສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່",
"body": "ຄຳພີບາງຄັ້ງກ່າວເຖິງສຽງຟ້າຮ້ອງວ່າ \"ສຽງຂອງພຣະເຈົ້າ.\" ອາດແປໄດ້ອີກວ່າ: \"ມັນຄ້າຍຄືກັບສຽງຂອງພຣະເຈົ້າຜູ້ຊົງມີຣິດອຳນາດສູງສຸດ\" ຫລື \"ມັນຄ້າຍຄືສຽງຟ້າຮ້ອງຂອງພຣະເຈົ້າຜູ້ຊົງມີຣິດອຳນາດສູງສຸດ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": " ເຫນືອນສຽງຂອງພະຍຸຝົນ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ: 1) \"ຄ້າຍຄືສຽງຂອງລົມພາຍຸໃຫຍ່\" ຫລື 2) \"ຄ້າຍຄືສຽງຂອງຝູງຄົນທີ່ມີຄົນຈຳນວນຫລວງຫລາຍ\" ອາດແປໄດ້ອີກວ່າ: \"ມີສຽງດັງຄ້າຍຄືລົມພະຍຸໃຫຍ່\" ຫລື \"ມີສຽງດັງໆຄ້າຍຄືຝູງຄົນເປັນຈຳນວນຫລວງຫລາຍ \""
},
{
"title": "​ເມື່ອພວກມັນຢືນນີ້ງ",
"body": "\"ເມື່ອໃດກໍຕາມທີ່ສິ່ງທີ່ມີຊີວິດຢຸດເຊົາເຄື່ອນຍ້າຍ\""
},
{
"title": "ພວກມັນຈະຮຸບປີກຂອງພວກມັນລົງ",
"body": "\"ສິ່ງທີ່ມີຊີວິດຕ່າງໆປ່ອຍໃຫ້ປີກຂອງມັນຮຸບລົງຢູ່ທາງຂ້າງພວກມັນ.\" ພວກມັນເຮັດແບບນີ້ເມື່ອພວກມັນບໍ່ໄດ້ໃຊ້ປີກຂອງພວກມັນເພື່ອບິນ."
},
{
"title": "​ສຽງ​ອອກມາແຕ່ຂ້າງເທິງຂອງໂດມ",
"body": "\"ຄົນທີ່ຢູ່ເຫນືອໂດມໄດ້ເວົ້າວ່າ.\" ຖ້າທ່ານຕ້ອງການບອກວ່າສຽງນີ້ແມ່ນຂອງໃຜ, ທ່ານອາດຈະຕ້ອງລະບຸວ່າມັນແມ່ນສຽງຂອງພຣະຢາເວ (1: 1)."
},
{
"title": "ໂດມຢູ່ເຫນືອຫົວຂອງພວກມັນ",
"body": "\"ໂດມທີ່ຢູ່ເຫນືອຫົວຂອງພວກສິ່ງທີ່ມີຊີວິດ\""
},
{
"title": "ໂດມ",
"body": "ແປຂໍ້ນີ້ຄືໃນ 1:22"
}
]