[ { "title": "ຂໍ້​ມູນ​ທົ່ວ​ໄປ:", "body": "​ເອ​ເຊ​ກຽນ​ບອກ​​ຂ່າວ​ສານກ່ຽວ​ກັບ​ສິ່ງ​ທີ່​ພ​ຣະ​ຢາ​ເວ​ໄດ້​ເອົາ​ໃຫ້​ລາວ." }, { "title": "ພຣະ­ທັມ​ຂອງ​ພຣະຢາເວ​ມາ​ເຖິງ​", "body": "\"ພ​ຣະ​ຢາ​ເວ​ໄດ້​ກ່າວ​ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ.\" ເບິ່ງວິ​ທີ​ການ​ແປ​ເພີ່ມ​ເຕີມ​ນີ້​ຢູ່​ໃນ 1:1. (ເບິ່ງ​ເພີ່ມ​ເຕີມ: figs_idiom)" }, { "title": "ບຸດ​ແຫ່ງ​ມະ­ນຸດ​ເອີຍ", "body": "​ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ 2:1." }, { "title": "ຈົ່ງກ່າວ­ຄຳທຳນວາຍ", "body": "​ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ [[:en:bible:notes:ezk:21:08]]." }, { "title": "ໄຫ້​ຄໍ່າຄວນ", "body": "\"ຮ້ອງ​ໄຫ​້​ອອກ​ມາ​ດ້ວຍ​ຄວາມ​ໂສກ​ເສົ້າ\" ຄຳ​ສັ່ງ​ນີ້​ສຳ​ລັບ​ປະ​ເທດ​ເອ​ຢິບ ​ແລະ ​ປະ​ເທດ​ທີ່​ຢູ່​ອ້ອມ​ຮອບ​ເອ​ຢິບ." }, { "title": "ອະ​ນິດ​ຈັງ​ ຄືວັນທີ່ກຳລັງມາ", "body": "\"ໃນ​ມື້​ນັ້ນ​ມັນ​ຈະ​ເປັນ​ຕາ​ຢ້ານ​ຫລາຍ\" ຫລື \"ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ຫລາຍ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ\"" }, { "title": "ວັນນັ້ນ​ໃກ້​ເຂົ້າ​ມາ​ແລ້ວ", "body": "ມັນ​​​ຫມາຍຄວາມ​ວ່າ \"ມື້​ນັ້ນ\" ​ເປັນ​ເວ​ລາ​ທີ່​ຄົນ​ອາດ​ຈະ​ຮ້ອງ​ໄຫ້​ຄ່ຳ​ຄວນ. ອາດ​ແປ​ໄດ້​ອີກວ່າ: \"ອີກ​ບໍ່​ດົນ​ມັນ​ຈະ​ເປັນ​ມື້​ທີ່​ເຈົ້າ​ຈະ​ຮ້ອງ​ໄຫ້​ຄ່ຳ​ຄວນ.\" (ເບິ່ງ​ເພີ່ມ​ເຕີມ: figs_explicit)" }, { "title": "ວັນ​ແຫ່ງ​ພຣະ­ຢາເວ​ໃກ້​ເຂົ້າ​ມາແລ້ວ", "body": "​​ຫມາຍຄວາມ​ວ່າໃນມື້​ນັ້ນ, ພ​ຣະ​ຢາ​ເວ​ຈະ​ລົງ​ໂທດ​ປະ​ຊາ​ຊົນ. ອາດ​ແປ​ໄດ້​ອີກວ່າ: \"ອີກ​ບໍ່​ດົນ​ໃນ​ວັນນັ້ນທີ່​ພ​ຣະ​ຢາ​ເວ​ ຈະ​ລົງ​ໂທດ​ປະ​ຊາ​ຊົນ.\"" }, { "title": "ມື້​ທີ່​ມີ​ເມກ", "body": "​​ອາດ​ແປ​ໄດ້​ອີກວ່າ: \"ອາດ​ຈະ​ເປັນ​ມື້​ທີ່​ມີ​ເມກ​​ມືດ\" ຫລື \"ມັນ​ຈະ​ເປັນ​ຕາ​ຢ້ານ​ຄ້າຍ​ຄື​ກັບ​ເມກ​ທີ່​ມືດ.\" (ເບິ່ງ​ເພີ່ມ​ເຕີມ: figs_metaphor)." }, { "title": "ເປັນ​ເວ­ລາແຫ່ງຄວາມພິນາດ​ຂອງ​ປະ­ຊາ­ຊາດ.", "body": "​​​ອາດ​ແປ​ໄດ້​ອີກວ່າ: \"ເປັນ​ເວ​ລາ​ທີ່​ສິ່ງ​ທີ່​ບໍ່​ດີ​ຈະ​ເກີດ​ຂຶ້ນ​ຕໍ່​ປະ​ຊາ​ຊາດ\" ຫລື \"ມັນ​ເປັນ​ເວ​ລາ​ທີ່​ປະ​ຊາ​ຊາດ​​ປະ​ຊາ​ຊາດຈະ​ປະ​ເຊີນ​ກັບຄວາມ​ທ​ຸກ​ລຳ​ບາກ\"" } ]