lo_ezk_text_ulb_l3/05/15.txt

1 line
1.9 KiB
Plaintext

\v 15 ດັ່ງນັ້ນ ເຢຣູຊາເລັມ ຈະກາຍເປັນສິ່ງຄົນທັງຫລາຍ​ປະ­ນາມ ແລະ​ເຍາະ­ເຍີ້ຍ, ​ທັງເປັນການ​ຕັກເຕືອນ​ແລະ​ເປັນຄວາມກຽດຊັງຕໍ່​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ. ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຮ້າຍ ແລະ ຢ່າງຮ້າຍກາດ​, ແລະດ້ວຍການຕີສອນ​ຢ່າງ​​ຮ້າຍກາດ​ — ເຮົາ​, ແມ່ນພຣະ­ຢາເວໄດ້ປະກາດ​ດັ່ງນີ້! \v 16 ເຮົາ​ຈະ​ປ່ອຍ​ລູກ​ຫນ້າ​ທະ­ນູ​ແຫ່ງ​ໄພ​ອຶດຫິວຕໍ່ສູ້ເຈົ້າທີ່ຈະກາຍເປັນວິທີຊຶ່ງ​ເຮົາ​ຈະ​​ທຳ­ລາຍ​ເຈົ້າ. ແລ້ວເຮົາ​ເພີ່ມ​ການ​ອຶດ­ຫິວ​ໃນ​ເຈົ້າ ແລະ ທຳ­ລາຍ​ອາ­ຫານ​ຫລັກ​ຂອງພວກ​ເຈົ້າເສຍ. \v 17 ເຮົາ​ຈະ​ສົ່ງໄພອຶດຫິວ ແລະ ໄພພິບັດຕ່າງໆ ມາຫາພວກເຈົ້າ ດັ່ງນັ້ນ ເຈົ້າຈະບໍ່ມີລູກ. ໄພພິບັດ ແລະ ການຫລັ່ງ​ເລືອດ​ຈະ​ຜ່ານໂຕ​ເຈົ້າ ແລະ ​ເຮົາ​ຈະ​ນຳ​ດາບ​ມາຕໍ່ສູ້​ເຈົ້າ — ເຮົາ​, ແມ່ນ​ພຣະຢາເວ­ຜູ້­​ໄດ້ປະກາດ​ດັ່ງນີ້​ແຫລະ.”