1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 20 ແລ້ວເຈົ້າໄດ້ຈັບລູກຊາຍຂອງເຈົ້າ ແລະລູກສາວຂອງເຈົ້າ ຊຶ່ງເຈົ້າໄດ້ໃຫ້ບັງເກີດມາເພື່ອເຮົາ, ແລະເຈົ້າໄດ້ຖວາຍບູຊາພວກເຂົາ ເພື່ອເປັນອາຫານແກ່ຮູບເຄົາລົບຕ່າງໆ. ການທີ່ເຈົ້າປະພຶດຕົວເຫມືອນຜູ້ຍິງໂສເພນີເປັນເລື່ອງເລັກນ້ອຍຫລື? \v 21 ເຈົ້າໄດ້ຂ້າລູກຂອງເຮົາ ແລະໄດ້ເຜົາພວກເຂົາໃນກອງໄຟ \v 22 ຕະຫລອດການກະທຳຄວາມຫນ້າກຽດຊັງຂອງເຈົ້າ ແລະການຫລິ້ນຊູ້ຂອງເຈົ້າ ເຈົ້າບໍ່ໄດ້ຄິດເຖິງວັນເວລາທີ່ເຈົ້າຍັງນ້ອຍຢູ່, ເມື່ອເຈົ້າເປືອຍກາຍ ແລະບໍ່ມີເຄື່ອງນຸ່ງຫົ່ມ ນອນດີ້ນຢູ່ໃນກອງເລືອດຂອງເຈົ້າ. |