lo_ezk_text_ulb_l3/08/05.txt

1 line
1.7 KiB
Plaintext

\v 5 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ບັດ­ນີ້ ຈົ່ງ​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ.” ດັ່ງນັ້ນ ຂ້າ­ນ້ອຍ ກໍໄດ້​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ ແລະ ຊື່ທາງເຂົ້າທາງ​ທິດ­ເຫນືອ​ຂອງ​ປະ­ຕູທີ່​ແທ່ນ​ບູ­ຊາ ບ່ອນນີ້ມີຮູບເຄົາລົບທີ່ຍວະຍວນຄວາມ​ອິດ­ສາ​. \v 6 ແລະ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ອີ​ກວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າກຳລັງ​ເຫັນສິ່ງທີ່ພວກເຂົາເຮັດ​ຫລື​ບໍ? ຄືສິ່ວເຫລົ່ານີ້ທີ່​ຫນ້າ​ກຽດ­ຊັງ​ອັນ­ຍິ່ງ­ໃຫຍ່, ຊຶ່ງ​ເຊື້ອ­ສາຍ​ອິດສະຣາເອນ ກຳລັງ​ເຮັດ​ຢູ່​ບ່ອນ­ນີ້. ສິ່ງນີ້​ຈະ­ໃຫ້​ເຮົາ​ໄປ​ໄກ​ຈາກ​ສະ­ຖານ­ທີ່​ນະມັດສະການ​ຂອງ​ເຮົາ. ແຕ່ເຈົ້າ​ຈະ​​ເຫັນ​ສິ່ງ​ຫນ້າ​ກຽດ­ຊັງ​ຍິ່ງ­ໃຫຍ່​ກວ່າ​ນີ້​ອີກ.”