lo_ezk_text_ulb_l3/08/01.txt

1 line
1.4 KiB
Plaintext

\c 8 \v 1 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂື້ນໃນ​ວັນ­ທີ​ຫ້າ ເດືອນ​ທີ​ຫົກ ໃນ​ປີ​ທີ​ຫົກ, ຂະ­ນະ​ທີ່­ຂ້າ­ພະ­ເຈົ້າ​ນັ່ງ​ຢູ່­ໃນ​ເຮືອນ​ຂອງ​ຂ້າ­ພະ­ເຈົ້າ ແລະ​ພວກ​ອາວຸໂສຂອງ​ພວກ​ຢູ­ດາ​ນັ່ງ​ຢູ່​ຕໍ່­ຫນ້າ​ຂ້າ­ພະ­ເຈົ້າ, ພຣະ­ຫັດ​ຂອງ​ພຣະ­ຢາເວ ພຣະຜູ້­ເປັນ­ເຈົ້າ​ລົງ­ມາ​ເທິງ​ຂ້າ­ພະ­ເຈົ້າ​ໃນ​ບ່ອນ­ນັ້ນ. \v 2 ດັ່ງນັ້ນ, ​ຂ້າ­ພະ­ເຈົ້າ​ກໍ​ແນມເບິ່ງ ແລະ​ເບິ່ງ​ແມ, ມີ​ຮ່າງຫນຶ່ງຄ້າຍຄືຮ່າງຂອງມະນຸດ. ຈາກສ່ວນທີ່ເບິ່ງຄ້າຍຄືແອວເບື້ອງລຸ່ມຂອງຜູ້ນັ້ນລົງມາເປັນ​ໄຟ, ແລະສ່ວນເບື້ອງເທິງ​ແອວ​ຂຶ້ນ​ໄປ​ເປັນ​ແສງ​ແຈ້ງ​ເຫລື້ອມ​, ຄ້າຍຄືກັບໂລຫະ​ທີ່​ເຫລື້ອມ​ໃສ.