lo_ezk_text_ulb_l3/06/08.txt

1 line
1.7 KiB
Plaintext

\v 8 ແລະຈະມີບາງຄົນທີ່ລອດຈາກດາບໃນ​ທ່າມ­ກາງ​ປະ­ຊາ­ຊາດ​,ເມື່ອ​ເຈົ້າ​ຈະ​ກະ­ຈາຍ​ໄປ​ຢູ່­ໃນ​ປະ­ເທດ​ຕ່າງໆ. \v 9 ແລ້ວພວກເຂົາທີ່​​ຫນີລອດ​ໄປ​ໄດ້​ນັ້ນ ຈະ​ລະ­ນຶກ​ເຖິງ​ເຮົາ​ໃນທ່າມ­ກາງ​ປະ­ຊາ­ຊາດ ຊຶ່ງ​ພວກ­ເຂົາ​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ​ນັ້ນ, ເພາະ​ເຮົາ​ເສຍ​ພຣະ­ໄທ​ເນື່ອງ​ດ້ວຍ​ໃຈ​ບໍ່​ສັດ­ຊື່​ຂອງ​ພວກ­ເຂົາ ​ທີ່ຫັນຫນີຈາກເຮົາໄປ ແລະເພາະ​ດ້ວຍ​ຕາ​ຂອງ​ພວກ­ເຂົາທີ່ໂຫຍຫາ​ຮູບ​ເຄົາ­ລົບ​ຂອງພວກເຂົາ. ແລ້ວພວກເຂົາ​ຈະ​ກຽດ­ຊັງ​ຕົວ​ເອງ ​ເນື່ອງ​ດ້ວຍ​ຄວາມ​ຊົ່ວ ​ຊຶ່ງ​ເຂົາ​ໄດ້​ເຮັດ ແລະ​ສິ່ງ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງພວກ​ເຂົາ​ດ້ວຍ. \v 10 “ແລ້ວພວກ­ເຂົາ​ຈະ​ຮູ້­ວ່າ ​ເຮົາແມ່ນ​ພຣະ­ຢາເວ. ເຮົາ​ບໍ່­ໄດ້​ເວົ້າ​ລ້າໆ​ວ່າ ເຮົາ​ຈະ​ເຮັດ­ຄວາມຊົ່ວຮ້າຍ​ນີ້​ແກ່​ພວກ­ເຂົາ”