lo_ezk_text_ulb_l3/07/17.txt

1 line
1.4 KiB
Plaintext

\v 17 ມື​ທຸກມຶ​ຈະ​ອ່ອນ­ແອ ແລະ​ເຂົ່າ​ທັງ​ຫມົດ​ຈະ​ອ່ອນປຽກ​ເຫມືອນ​ກັບ​ນ້ຳ, \v 18 ແລະ​ຄວາມ​ສັ່ນ​ສະ­ທ້ານ​ຈະ​ປົກ​ພວກ­ເຂົາ​ໄວ້; ແລະຄວາມ​ອັບ­ອາຍ​ຈະ​ຢູ່​ທີ່​ໃບ­ຫນ້າ​ຂອງ​ພວກ­ເຂົາ​ທຸກ​ຄົນ, ແລະ​ຫົວ​ຂອງ​ເຂົາທຸກຄົນ​ຈະ​ລ້ານ​ຫມົດ. \v 19 ພວກ­ເຂົາ​ຈະ​ໂຍນ​ເງິນ​ຂອງພວກ​ເຂົາ​ໄປ​ໃນ​ຖະ­ຫນົນ ແລະທອງຄຳຂອງພວກເຂົາ ກໍເປັນເຫນືອນການ​ຖິ້ມ. ເງິນ ແລະ​ຄຳ​ຂອງ​ພວກເຂົາ​ບໍ່​ອາດ​ທີ່​ຈະ​ຊ່ວຍ​ພວກ­ເຂົາ​ໃຫ້​ພົ້ນ​ໃນ​ວັນ​ແຫ່ງ​ພຣະ­ພິ­ໂລດ​ຂອງ​ພຣະ­ຢາເວ. ພວກເຂົາ​ຈະບໍ່ລອດຊີວິດ, ຈະບໍ່ມີຄວາມອຶດຢາກອາຫານ, ເພາະ­ວ່າ​ຄວາມບາບຂອງພວກເຂົາ ໄດ້ກາຍເປັນທີ່ສະດຸດ.