lo_ezk_text_ulb_l3/01/10.txt

1 line
1.3 KiB
Plaintext

\v 10 ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ດ້ານຫນ້າເປັນຫນ້າຄົນ. ຫນຶ່ງໃນ​ສີ່ດ້ານຂອງໃບຫນ້ານັ້ນ​ເຫມືອນ​ຫນ້າ​ສິງຢູ່ຂ້າງຂວາ, ຫນຶ່ງໃນສີ່ຂອງໃບຫນ້າເຫມືອນ​ຫນ້າ­ງົວຢູ່ຂ້າງ​ຊ້າຍ​ ແລະ​ຫນຶ່ງໃນສີ່ຂອງໃບຫນ້າ​ເຫມືອນ​ຫນ້າ​ນົກ​ອິນຊີ. \v 11 ກໍເປັນເຊັ່ນນີ້ແຫລະ, ສ່ວນປີກ​ທັງ​ຫລາຍນັ້ນ​ພື​ອອກໄປ, ແຕ່ລະໂຕມີສອງປີກ​ຈຸ​ກັບ​ປາຍ​ປີກ​ຂອງ­ໂຕ​ອື່ນ ແລະ​ອີກ​ປີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້. \v 12 ໂຕລະໂຕເຄື່ອນ​ຫນ້າຕົງໄປ ເພື່ອວ່າພຣະວິຍານຈະນຳພວກມັນໄປທາງໃດກໍຕາມ ພວກມັນກໍໄປທາງນັ້ນໂດຍບໍ່ຫັນກັບເລີຍ.