lo_ezk_text_ulb_l3/44/25.txt

1 line
1.3 KiB
Plaintext

\v 25 ​ພວກ­ເຂົາ ຈະບໍ່ໄປຍັງຄົນຕາຍ ເພື່ອເຮັດຕົວໃຫ້ເປັນມົນທິນ,ເວັ້ນເສຍ​ແຕ່​​ພໍ່ ຫລື​ແມ່, ຫລື​ລູກ­ຊາຍ ຫລື​ລູກ­ສາວ, ຫລື​ພີ່­ນ້ອງ​ຜູ້­ຊາຍ ຫລື​ພີ່­ນ້ອງ​ຜູ້­ຍິງ​ທີ່​ບໍ່­ມີ​ຜົວ, ສະນັ້ນແລ້ວ ເຂົາຈະສາມາດເປັນມົນທິນໄດ້. \v 26 ຫລັງ​ຈາກ​ທີ່​ປະ­ໂລ­ຫິດ​ ໄດ້ກາຍເປັນມົນທິນ ກໍໃຫ້ພວກເຂົາຄອຍໄປອີກເຈັດມື້. \v 27 ໃນວັນທີຈະເຂົ້າໄປສູ່ເດີ່ນ​ຊັ້ນ​ໃນຂອງສະ­ຖານທີ່ສັກສິດ ເພື່ອປະຕິບັດຫນ້າທີ່ໃນສະຖານທີ່ສັກສິດ, ­ເຂົາ​ຈະ​ຕ້ອງ​ຖວາຍ​ເຄື່ອງ­ບູ­ຊາ​ໄຖ່​ບາບເພື່ອຕົວເອງ- ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​.