1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 5 ແລ້ວພຣະອົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ບັດນີ້ ຈົ່ງເງີຍຫນ້າຂຶ້ນເບິ່ງໄປທາງທິດເຫນືອ.” ດັ່ງນັ້ນ ຂ້ານ້ອຍ ກໍໄດ້ເງີຍຫນ້າຂຶ້ນເບິ່ງໄປທາງທິດເຫນືອ, ແລະ ປະຕູເຂົ້າທາງທິດເຫນືອນຳໄປເຖິງແທ່ນບູຊາ, ຢູ່ບ່ອນນັ້ນມີທາງເຂົ້າ, ມີຮູບເຄົາລົບແຫ່ງການອິດສາ. \v 6 ແລ້ວພຣະອົງກ່າວກັບຂ້ານ້ອຍອີກວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າກຳລັງເຫັນສິ່ງທີ່ພວກເຂົາກຳລັງເຮັດບໍ? ຄືສິ່ງທີ່ຫນ້າກຽດຊັງອັນຍິ່ງໃຫຍ່ເຫລົ່ານີ້ ຊຶ່ງເຊື້ອສາຍຂອງອິດສະຣາເອນກຳລັງເຮັດຢູ່ນີ້ເຮັດໃຫ້ເຮົາໄປໄກຈາກສະຖານທີ່ສັກສິດຂອງເຮົາ. ແຕ່ເຈົ້າຈະເຫັນສິ່ງທີ່ຫນ້າກຽດຊັງຍິ່ງໃຫຍ່ຫລາຍກວ່ານີ້ອີກ.” |