lo_ezk_text_ulb_l3/07/03.txt

1 line
1.3 KiB
Plaintext

\v 3 ບັດ­ນີ້ ຄາວສິ້ນ­ສຸດ​ກຳລັງ​ມາ​ເຖິງ​ເຈົ້າ, ເພາະເຮົາ​ຈະສົ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ​ມາ​ເຫນືອ​ເຈົ້າ​ທັງ­ຫລາຍ, ແລະ ເຮົາ​ຈະ​ພິ­ພາກ­ສາ​ເຈົ້າ​ໃຫ້​ສົມ​ກັບການ​ປະ­ພຶດ​ຂອງ​ເຈົ້າ; ແລະ ເຮົາ​ຈະນຳເອົາຄວາມ​ຫນ້າ​ລັງກຽດ​ທັງ­ຫລາຍ​ຂອງ​ເຈົ້າມາເຫນືອເຈົ້າ. \v 4 ເພາະດວງ­ຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີ​ເຈົ້າ ແລະ ​ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ, ແຕ່​ເຮົາ​ນຳການຊົ່ວຂອງເຈົ້າມາເຫນືອແທນ, ແລະ ​ສິ່ງ​ຫນ້າ​ກຽດ­ຊັງທັງຫລາຍ​ຂອງເຈົ້າຈະ​ຢູ່​ທ່າມ­ກາງ​ເຈົ້າ, ເພື່ອ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຢາເວ.